ບັນດາຄະນະຜູ້ແທນຢູ່ພາຍໃນປະເທດ ແລະ ເພື່ອນມິດສາກົນສືບຕໍ່ເຂົ້າໄວ້ອາໄລທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ

(VOVWORLD) - ຄະນະຜູ້ແທນຂັ້ນສູງພັກ, ລັດ ສປປ ລາວ ໂດຍທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ເປັນຫົວໜ້າຄະນະໄດ້ເຂົ້າໄວ້ອາໄລທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ.
ບັນດາຄະນະຜູ້ແທນຢູ່ພາຍໃນປະເທດ ແລະ ເພື່ອນມິດສາກົນສືບຕໍ່ເຂົ້າໄວ້ອາໄລທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ - ảnh 1ຄະນະຜູ້ແທນ ສປປ ລາວ ເຂົ້າໄວ້ອາໄລ 

ໃນວັນທີ 6 ຕຸລາ, ທີ່ຫໍທຳພິທີງານສົບແຫ່ງຊາດ, ເຮືອນເລກທີ 5 ຖະໜົນ ເຈິ່ນແທ໊ງຕົງ (ຮ່າໂນ້ຍ) ແລະ ຫໍປະຊຸມ ທົ໊ງເຍີດ (ນະຄອນໂຮ່ຈີມິນ), ມີຄະນະຜູ້ແທນພັກ, ລັດ, ລັດຖະບານຂອງຫຼາຍປະເທດໄດ້ເຂົ້າໄວ້ອາໄລທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ.      

ຄະນະຜູ້ແທນຂັ້ນສູງພັກ, ລັດ ສປປ ລາວ ໂດຍທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ເປັນຫົວໜ້າຄະນະໄດ້ເຂົ້າໄວ້ອາໄລທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ.

ຄະນະຜູ້ແທນລາຊະອານາຈັກ ກຳປູເຈຍໂດຍທ່ານນາງ Men Sam An, ຮອງນາຍົກລັດຖະມົນຕີລາຊະອານາຈັກ ກຳປູເຈຍ, ລັດຖະມົນຕີກະຊວງການພົວພັນຂອງສະພາສູງ, ສະພາແຫ່ງຊາດ ແລະ ອົງການກວດກາ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ, ປະທານສະມາຄົມມິດຕະພາບ ກຳປູເຈຍ - ຫວຽດນາມ ເປັນຫົວໜ້າຄະນະໄດ້ເຂົ້າໄວ້ອາໄລທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ.

ຄະນະຜູ້ແທນພັກກອມມູນິດ ກູບາ ໂດຍທ່ານນາງ Olga Lidia Tapia Iglesia, ເລຂາສູນກາງພັກ, ຫົວໜ້າຄະນະວິທະຍາສາດ, ການສຶກສາ ແລະ ກິລາ ສູນກາງພັກອມມູນິດ ກູບາ ເປັນຫົວໜ້າຄະນະໄດ້ໄດ້ເຂົ້າໄວ້ອາໄລທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ.

ບັນດາຄະນະຜູ້ແທນຢູ່ພາຍໃນປະເທດ ແລະ ເພື່ອນມິດສາກົນສືບຕໍ່ເຂົ້າໄວ້ອາໄລທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ - ảnh 2ຄະນະຜູ້ແທນພັກກອມມູນິດ ກູບາ ເຂົ້າໄວ້ອາໄລ 

ໃນວັນທີ 6 ຕຸລາ, ເອກອັກຄະລັດຖະທູດຫຼາຍທ່ານ, ຜູ້ຕາງໜ້າປະເທດຕ່າງໆ, ບັນດາອົງການຈັດຕັ້ງສາກົນປະຈຳ ຫວຽດນາມ ໄດ້ເຂົ້າໄວ້ອາໄລ, ສະແດງຄວາມໂສກເສົ້າເສຍດາຍຢ່າງສຸດຊຶ້ງຕໍ່ການຈາກໄປຂອງທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ. ທ່ານ Daniel J.Kritenbrink, ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ ໄດ້ຂຽນປື້ມໄວ້ອາໄລ, ໃນນັ້ນໄດ້ເນັ້ນໜັກວ່າ: ໃນຕະຫຼອດອາຍຸການຂອງຕົນ, ທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ ໄດ້ແກ້ໄຂບັນດາບັນຫາປະຫວັດສາດລະຫວ່າງ 2 ປະເທດ ຫວຽດນາມ ແລະ ອາເມລິກາ ຢ່າງເປີດອົກເປີດໃຈ, ຊຸກຍູ້ວິວັດການໄກ່ເກ່ຍ ແລະ ສ້າງຕັ້ງການພົວພັນສອງຝ່າຍໃນປີ 1995 ຢ່າງເປັນທາງການ.

ສ່ວນທ່ານ Youssouf Ould Abdel-Jelil, ຜູ້ຕາງໜ້າອົງການ UNICEF ແລະ ທ່ານ Jonathan Dunn, ຫົວໜ້າກອງທຶນເງິນຕາສາກົນ (IMF) ປະຈຳ ຫວຽດນາມ ກໍ່ໄດ້ເຂົ້າໄວ້ອາໄລ ແລະ ຂຽນປື້ມໄວ້ອາໄລທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ ເຊັ່ນດຽວກັນ…

ພິທີໄວ້ອາໄລທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ ສືບຕໍ່ດຳເນີນຮອດເວລາ 7 ໂມງ 30 ນາທີຂອງວັນທີ 7 ຕຸລາ 2018. ພິທີປົງສົບຈະຈັດຕັ້ງໃນເວລາ 13 ໂມງ ຂອງວັນທີ 7 ຕຸລາ 2018, ຢູ່ບ້ານເກີດເມືອງນອນຂອງທ່ານອະດີດເລຂາທິການໃຫຍ່ ໂດ໊ເມື່ອຍ, ຢູ່ບ້ານ 1, ຕາແສງ ດົງໝີ, ເມືອງ ແທງຈີ່, ນະຄອນຮ່າໂນ້ຍ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ