ບັນດາຄຳຕອບຂອງທ່ານປະທານາທິບໍດີPutinໄດ້ຮັບການສະໜັບສະໜູນຈາກປະຊາຊົນ

ບັນດາຄຳຕອບຂອງທ່ານປະທານາທິບໍດີPutinໄດ້ຮັບການສະໜັບສະໜູນຈາກປະຊາຊົນ - ảnh 1
ການ​ໂອ້​ລົມ​ສົນ​ທະ​ນາ​ລະ​ຫວ່າງ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ
Vladimir Putin ກັບ​ປະ​ຊາ​ຊົນ

(vovworld) – ໃນ​ເວ​ລາ 12 ໂມງ​ຕອນ​ທ່ຽງ​ວັນ​ທີ 16/4 (ເວ​ລາ​ມົດ​ສ​ກູ), ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin ມີ​ການ​ໂອ້​ລົມ​ສົນ​ທະ​ນາ​ໂດຍ​ກົງ​ປະ​ຈຳ​ປີ​ຄັ້ງ​ທີ 13 ກັບ​ປະ​ຊາ​ຊົນ​ລັດ​ເຊຍ. ການ​ນຳ​ປະ​ເທດ ລັດ​ເຊຍ ໄດ້​ຮັບ​ກ່​ວາ 2 ລ້ານ​ຄຳ​ຖາມ​ຂອງ​ປະ​ຊາ​ຊົນ​ ໃນ​ທົ່ວ​ປະ​ເທດຝາກ​ມາ​.

        ເພື່ອ​ເປີດ​ສາກ​ການ​ໂອ້​ລົມ​ສົນ​ທະ​ນາ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Putin ໄດ້​ຍົກ​ອອ​ກ​ບັນ​ດາ​ຕົວ​ເລກ​ປະ​ທັບ​ໃຈ​ກ່ຽວ​ກັບ​ສະ​ພາບ​ການ​ເສດ​ຖະ​ກິດ​ຂອງ​ປະ​ເທດ​ຊາດ​ໃນ​ປີ​ຜ່ານ​ມາ​ດ້ວຍ​ລະ​ດັບ​ເຕີບ​ໂຕ​ເສ​ດ​ຖະ​ກິດ​ບັນ​ລຸ 0,6%, ໄພ​ເງິນ​ເຟີ້​ຢູ່​ໃນ​ລະ​ດັບ​ຄວບ​ຄຸມ 3,7%, ຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ​ເພີ່ມ​ຂຶ້ນ ແລະ ກ​ານ​ສະ​ສົມ​ເງິນ​ຕາ​ຕ່າງ​ປະ​ເທດ​ເພີ່ມ​ຂຶ້ນ.

        ກ່ຽວ​ກັບ​ການ​ພົວ​ພັນ ລັດ​ເຊຍ - ຢູ​ແກຼນ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Putin ຢັ້ງ​ຢືນ​ວ່າ: ຊາວ ລັດ​ເຊຍ ແລະ ຊາວ ຢູ​ແກຼນ ແມ່ນ​ຊົນ​ຊາດ​ໜຶ່ງ. ທ່ານ​ເປັນ​ໜ້າ​ເສຍ​ດາຍ​ກ່ຽວ​ກັບ​ຂໍ້​ຕົກ​ລົງ​ເປີດ​ບັ້ນ​​ການ​ທະ​ຫານ​ຢູ່​ພາກ​ຕາ​ເວັນ​ອອກ​ຂອ​ງ​ການ​ນ​ຳ ຢູ​ແກຼນ., ພ້ອມ​ທັງ​ຖື​ວ່າ: ນະ​ໂຍ​ບາຍ​ພົວ​ພັນ​ຕ່າງ​ປະ​ເທດ​ຂອ​ງ​ການ​ນຳ ຢູ​ແກຼນ ໄດ້​ຍູ້​ເຂດ Donbass ອອກໄປ​ໄກ​ກ່​ວາ. ມົດ​ສ​ກູ ຮຽກ​ຮ້ອງ​ໃຫ້​ອຳ​ນາດ​ການ​ປົກ​ຄອງ ກີ​ແອບ ປະ​ຕິ​ບັດ​ຂໍ້​ຕົກ​ລົງ Minsk ແລະ ຢັ້ງ​ຢືນ​ອີກ​ເທື່ອ​ໜຶ່ງວ່າ: ບໍ່​ມີ​ເສັ້ນ​ທາງ​ໃດ​ນອກ​​ເໜືອຈາກ​ມາດ​ຕະ​ການ​ການ​ເມືອງ​ໃຫ້​ແກ່​ການ​ປະ​ທະ​ກັນ​ຢູ່​ທີ່ນີ້.

        ກ່ຽວ​ກັບ​ຄວາມ​ເຄັ່ງ​ຕຶງ​ໃນ​ປະ​ຈຸ​ບັນ​ລະ​ຫວ່າງ ລັດ​ເຊຍ ແລະ ຝ່າຍ​ຕາ​ເວັນ​ຕົກ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Putin ຢັ້ງ​ຢືນ​ວ່າ: ມົດ​ສ​ກູ ຈະ​ບໍ່​ຢູ່ຫ່າງ​ໄກ ແລະ ຕົກ​ຢູ່​ໂດດ​ດຽວ, ເຊິ່ງ​ຍາມ​ໃດ​ກໍ່​ພ້ອມ​ແລ້ວ​ຮ່ວມ​ມື, ໂດຍບໍ່​ຫົວ​ຊາ​ຕໍ່​​ທ່າ​ທີ​ເປັນ​ປໍ​ລະ​ປັກ​ຂອງ​ບາງ​ປະ​ເທດ.

        ການ​ໂອ້​ລົມ​ສົນ​ທະ​ນາ​ລະ​ຫວ່າງ​ປະ​ຊາ​ຊົນ ລັ​ດ​ເຊຍ ແລະ ປະ​ທາ​ນາ​ທິ​ບໍ​ດີ Putin ໄດ້​ຖ່າຍ​ທອດ​ສົດ​ທາງ​ໂທ​ລະ​ພາບ ແລະ ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຂອງ​ລັດ​ເຊຍ. ມ​ີ​ນັກ​ຂ່າວ​ທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ເກືອບ 250 ​ຄົນໄດ້​ເຂົ້າ​ຮ່ວມ​ ແລະ​ ອອກ​ໃຫ​້​ຂ່າວ​​ສົດ​ຈາກວັງ Kremli.


ຂ່າວ/ບົດ​ອື່ນ