ບັນດາທ້ອງຖິ່ນກຽມພ້ອມຈັດຕັ້ງບັນດາງານບຸນປີ2017

ບັນດາທ້ອງຖິ່ນກຽມພ້ອມຈັດຕັ້ງບັນດາງານບຸນປີ2017 - ảnh 1
ງາ​ນ​ບຸນ​ວັດ​ເຮືອງ ຈະ​ເລີ່ມ​ໄຂ​ຂຶ້ນ​ໃນ​ວັນ​ທີ 2/2/2017 (ກົງ​ກັບ​ວັນ​ທີ 6 ເດືອນ​ຈ​ຽງ)

(vovworld) – ໂດຍ​ໄດ້​ຮັບ​ການ​ຈັດ​ຕັ້ງ​ແຕ່​ວັນ​ທີ 6 ເດືອນ​ຈຽງ ຫາ​ໝົດ​ເດືອນ 3 ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນ, ງາ​ນ​ບຸນ​ວັດ ບ໋າຍ​ດີ໋ງ ເຊິ່ງ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ງານ​ບຸນ​ໃຫຍ່​ທີ່​ສຸດ​ຂອງ​ພາກ​ເໜືອ ໃນ​ຊຸມ​ວັນ​ຕົ້ນ​ປີ​ໃໝ່​ປີ​ລະ​ກາ 2017 ນີ້. ຄະ​ນະ​ຈັດ​ຕັ້ງ​ງານ​ບຸນ​ໃຫ້​ຮູ້​ວ່າ: ມາ​ຮອດ​ປະ​ຈຸ​ບັນ, ວຽກ​ງານ​ກະ​ກຽມ​ໄດ້​ປະ​ຕິ​ບັດ​ສຳ​ເລັດ​ແລ້ວ. ປີນີ້, ງານ​ບຸນ​ວັດ​ບ໋າຍ​ດີ໋ງ ລວມ​ມ​ີ 2 ຂັ້ນ​ຕອນ: ຂັ້ນ​ຕອນພິ​ທີ​ມີ​ບັນ​ດາ​ພິ​ທີ​ຈຸດ​ທູບ​ທຽນ​ໄຫວ້​ບູ​ຊາພະ​ພຸດ​ທະ​ເຈົ້າ​, ອາ​ໄລ​ຫາ​ຄຸນ​ງາມ​ຄວາມ​ດີ​ຂອງ​ພະ​ອໍ​ລະ​ຫັນ ຫງວຽນ​ມີງ​ຄົງ… ​ສ່ວນ​ຂັ້ນ​ຕອນ​ຈັດ​ງານ​ບຸນ​ມີ​ບັນ​ດາ​ການ​ເຄື່ອນ​ໄຫວ​ມີ​ລັກ​ສະ​ນະ​ວັດ​ທ​ະ​ນະ​ທຳ​ຈິດ​ວີນ​​ຍານ. ພະ​ອາ​ຈານ​ໃຫຍ່​ ທີກ​ມີງກວາງ, ຮອງ​ເຈົ້າ​ອະ​ທິ​ການວັດ​ບ໋າຍ​ດີ໋ງ, ຮອງ​​ຫົວ​ໜ້າຄະ​ນະ​ບໍ​ລິ​ຫານ​ງານ​ພຸດ​ທະ​ສາ​ສະ​ໜາ​ແຂວງ ນີງ​ບີ່ງ, ໃຫ້​ຮູ້​ວ່າ:

        “ຈຸດ​ໃໝ່​ເມື່ອ​ທຽບ​ໃສ່​ທຸກ​ປີ​ແມ່ນ, ປີນີ້, ວັດ​ໄດ້​ໃຫ້​ພິມ​​ປະ​ຕິ​ທີນ ແລະ ຄຳ​ອວຍ​ພອນມອບ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ມາຢ້ຽມ​ຢາມ​ວັດ. ວັດ​ກໍ່​ໄດ້​ຈັດ​ຕັ້ງ​ໜ່ວຍ​ງານ​ແນະ​ນຳ ແ​ລະ ບັນ​ດາ​ຜູ້​ຮັບ​ໃຊ້​ໃນ​ວັດ​ຕ້ອນ​ຮັບ ແລະ ແນະ​ນຳ​ໃຫ້​ແຂກ​ໄປ​ຕາມ​ລຳ​ດັບ. ແຂກ​ສາ​ມາດ​​ຍາງ​ຕາມທາງ​ບົກ ຫຼື ​​ຂີ່​ລົດ​ໄຟ​ຟ້າ​ເພື່ອ​ຢ້ຽມ​ຊົມ​ຢູ່​ວັດ.  ການ​ຈ​ັດ​ແບ່ງ​ທາ​ງ​ຂຶ້ນ - ລົງ ໃນ​ປີນີ້​ມີ​ຄວາມ​ກ້າວ​ໜ້າ​ກ່​ວາ​ທຸກ​ປີ.”

        ງາ​ນ​ບຸນ​ວັດ​ເຮືອງ ຈະ​ເລີ່ມ​ໄຂ​ຂຶ້ນ​ໃນ​ວັນ​ທີ 2/2/2017 (ກົງ​ກັບ​ວັນ​ທີ 6 ເດືອນ​ຈ​ຽງ). ປີ 2017, ຄາດ​ວ່າ, ວັດ​ເຮືອງ ຈະ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່​ຽວ​ປະ​ມານ 1,3 ​ລ້ານຫາ 1,5 ລ້ານ​ເທື່ອ​ຄົນ, ​ສາ​ມາ​ດ​ສ້າງລາຍ​ຮັບ​ເຂົ້​າ​ງົບ​ປະ​ມານ​ປະ​ມານ 100 ຕື້​ດົ່ງ.


ຂ່າວ/ບົດ​ອື່ນ