ບັນດາທ້ອງຖິ່ນໄຂງານບຸນສື່ສິ່ງພິມລະດູບານໃຫມ່ປີລະກາ2017

 

ບັນດາທ້ອງຖິ່ນໄຂງານບຸນສື່ສິ່ງພິມລະດູບານໃຫມ່ປີລະກາ2017 - ảnh 1
ງານ​ບຸນ​ວາງ​ສະ​ແດງ​ສື່​ສິ່ງ​ພິມ

(vovworld)- ​ ວັນ​ທີ 23/1, ພະ​ແນກວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ ແຂວງ​ຮ່າ​ນາມ ໄດ້​ຈັດ​ຕັ້ງ​ພິ​ທີ​ໄຂ​ງານ​ບຸນ​ວາງ​ສະ​ແດງສື່​ສິ່ງ​ພິມ, ຄຳ​ພະ​ຫຍາ​ລະ​ດູ​ບານ​ໃຫມ່​ປີ​ລະ​ກາ 2017. ມ​ີ​ປື້ມກວ່າ 300 ເຫລັ້ມ ແລະ ຫນັງ​ສື​ພິມ, ວາ​ລະ​ສານ​ດີ​ເດັ່ນ​​ ປະ​ມານ 100 ປະ​ເພດ ກ່ຽວ​ກັບ​ຜົນ​ງານ​ແຫ່ງ​ການ​ພ​ັດ​ທະ​ນາ​ເສດ​ຖະ​ກິດ ສັງ​ຄົມ​ຂອງ​ປະ​ເທດ​ຊາດ ພ້ອມ​ກັບ 30 ​ຄຳ​ພະ​ຫຍາໄດ້​ວາງ​ສະ​ແດງ​ໃນ​ງານ​ບຸນ ສ້າງ​ບັນ​ຍາ​ກາດ​ອົບ​ອຸ່ມ ແລະ ເຕັມ​ໄປ​ດ້ວຍ​ສີ​ສັນ​ລະ​ດູ​ບານ​ໃຫມ່. ໃນ​ວັນ​ດຽວ​ກັນ, ສະ​ມາ​ຄົມ​ນັກ​ຂ່າວ​ແຂວງ ນີງ​ບີງ ໄດ້​ສົມ​ທົບ​ກັບ​ພະ​ແນກວັດ​ທະ​ນະ​ທຳ ກິ​ລາ ແຂວງ​ນີງ​ບີງ ຈັດ​ຕັ້ງ​ພິ​ທີ​ໄຂ​ງານ​ບຸນ​ສື່​ສິ່ງ​ພິມ​ລະ​ດູ​ບານ​ໃຫມ່​ປີ​ລະ​ກາ 2017. ງານ​ບຸນ​ດັ່ງ​ກ່າວ​ໄດ້​ວາງ​ສະ​ແດງ​ຫນັງ​ສື່​ພິມກວ່າ 63 ສະ​ບັບ​ຂອງ​ບັນ​ດາ​ແຂວງ, ນະ​ຄອນ ໃນ​ທົ່ວ​ປະ​ເທດ ພ້ອມ​ກັບ 300 ສື່​ສິ່ງ​ພິມ​ຂອງບ​ັນ​ດາ​ອົງ​ການ​ສື່ມວນ​ຊົນ, ວາ​ລະ​ສານ​ສູນ​ກາງ ແລະ ທ້ອງ​ຖິ່ນ. ຄຽງ​ຂ້າງນັ້ນ, ງານ​ບຸນ​ສື່​ສິ່ງ​ພິມ​ຍັງ​ວາງ​ສະ​ແດງ​ບັນ​ດາ​ເອ​ກະ​ສານ​ອັນ​ລ້ຳ​ຄ່າ​ເພື່ອ​ຮັບ​ໃຊ້​ຄວາມ​ຕ້ອງ​ການ​ຂອງ​ປະ​ຊາ​ຊົນ. ນີ້​ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວອວຍ​ພອນ​ພັກ ອວຍ​ພອນ​ລະ​ດູ​ບານ​ໃຫມ່ ຊື່ງ​ໄດ້​ຮັບ​ການ​ຈັດ​ຕັ້ງ​ຂຶ້ນ​ຢູ່​ບໍ​ລິ​ເວນ​ແຂວງ ເພື່ອ​ຮັບ​ໃຊ້​ພະ​ນັກ​ງານ ແລະ ປະ​ຊາ​ຊົນ​ຕ້ອນ​ຮັ​ບ​ບຸ​ນ​ເຕັດ​ຢ່າງ​ເບີກ​ບານ​ມ່ວນ​ຊື່ນ.


ຕອບກັບ

ຂ່າວ/ບົດ​ອື່ນ