ບັນດາບັນຫາທິດສະດີກ່ຽວກັບວຽກງານແມ່ຍິງຢູ່ຫວຽດນາມໃນສະພາບການໃຫມ່

ບັນດາບັນຫາທິດສະດີກ່ຽວກັບວຽກງານແມ່ຍິງຢູ່ຫວຽດນາມໃນສະພາບການໃຫມ່ - ảnh 1
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຳ​ມະ​ນາ

(vovworld)- ​​ວັນ​ທີ 16/1, ຢູ່ ຮ່າ​ໂນ້ຍ ສູນ​ກາງ​ສະ​ຫະ​ພັນ​ແມ່​ຍິງ​ຫວຽດ​ນາມ ໄດ້​ສົມ​ທົບ​ກັບ​ວາ​ລະ​ສານກອມ​ມູ​ນິດ ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ “ບັນ​ດາ​ບັນ​ຫາ​ທິດ​ສະ​ດິ​ກ່ຽວ​ກັບ​ວຽກ​ງານ​ແມ່​ຍິງ​ຢູ່​ຫວຽດ​ນາມ​ໃນ​ສະ​ພາບ​ການ​ໃຫມ່”. ກອງ​ປະ​ຊຸມ​ສຳ​ມະ​ນາ​ດັ່ງ​ກ່າວ​ສະ​ຫລຸບ​ເບື້ອງ​ຕົ້ນ​ບັນ​ດາ​ບັນ​ຫາ​ທິ​ດ​ສະ​ດີກ່ຽວ​ກັບ​ວຽກ​ງານ​ແມ່​ຍິງ, ມອບ​ສິດ​ໃຫ້​ແກ່​ແມ່​ຍິງ, ໄຈ້​ແຍກ​ບັນ​ດາ​ທັດ​ສະ​ນະ, ນະ​ໂຍ​ບາຍ​ກ່ຽວ​ກັບ​ວຽກ​ງານ​ແມ່​ຍິງ, ຊຸກ​ຍູ້​ການ​ເຂົ້າ​ຮ່ວມ​ຂອງ​ແມ່​ຍິງ​ໃນ​ບັນ​ດາ​ຂົງ​ເຂດ. ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ບັນ​ດາ​ຜູ້​ແທນ​ໄດ້​ສຸມ​ໃສ່​ໄຈ້​ແຍກ​ບັນ​ດາ​ພື້ນ​ຖານ​ທິດ​ສະ​ດີ ແລະ ສະ​ຫລຸບ​ພຶດ​ຕິ​ກຳ​ເນື້ອ​ໃນ​ພື້ນ​ຖານ​ຂອງວຽກ​ງານ​ແມ່​ຍິງ​ຊື່ງ​ລວມ​ມີ: ບັນ​ດາ​ບັນ​ຫາ​ທິດ​ສະ​ດີກ່ຽວ​ກັບ​ແມ່​ຍິງ ແລະ ວຽກ​ງານ​ຂອງ​ແມ່​ຍິງ, ສະ​ພາບ​ການ, ການ​ກະ​ທຳ​ຜົນ​ສະ​ທ້ອນ​ເຖິງ​ຄວາມ​ຮຽກ​ຮ້ອງ​ການ​ປ່ຽນ​ໃຫມ່​ໃນ​ວຽກ​ງານ​ແມ່​ຍິງ, ບັນ​ດາ​ບັນ​ຫາ​ລະ​ອຽດ​ກ່ຽວ​ກັບ​ສິດ​ຂອງ​ແມ່​ຍິງ ແລະ ການ​ປ່ຽນ​ໃຫມ່​ວຽກ​ງານ​ຂອງ​ສະ​ຫະ​ພັນ​ແມ່​ຍິງ.


ຕອບກັບ

ຂ່າວ/ບົດ​ອື່ນ