ບັນດາປັດໄຈຜົນສະທ້ອນເຖິງການພັດທະນາເສດຖະກິດສັງຄົມຂອງຊົນເຜົ່າສ່ວນຫນ້ອຍຢູ່ຫວຽດນາມ

(VOVWORLD) -ວັນທີ 21 ພຶດສະພາ ຢູ່ ຮ່າໂນ້ຍ, ທະນາຄານໂລກ ປະຈຳຫວຽດນາມ ແລະ ຄະນະກຳມະການຊົນເຜົ່າ ໄດ້ຈັດຕັ້ງກອງປະຊຸມສຳມະນາ ປະກາດບົດລາຍງານຄົ້ນຄ້ວາກ່ຽວກັບ “ບັນດາປັດໄຈຜົນສະທ້ອນເຖິງການພັດທະນາເສດຖະກິດ ສັງຄົມ ຂອງຊົນເຜົ່າສ່ວນຫນ້ອຍຫວຽດນາມ. 

ທ່ານ ໂດ໋ວັນຈຽນ ລັດຖະມົນຕີ, ຫົວຫນ້າຄະນະກຳມະການຊົນເຜົ່າ ໄດ້ເນັ້ນຫນັກບັນດາຂໍ້ມູນຂ່າວ ແລະ ໝາກຜົນການໄຈ້ແຍກຂອງບົດລາຍງານຄົ້ນຄ້ວານີ້ ແມ່ນມີຄຸນຄ່າໃຫ້ແກ່ວຽກງານວາງແຜນກຳນົດ ແລະ ການຄຸ້ມຄອງນະໂຍບາຍຊົນເຜົ່າ, ພິເສດໃນຈຸດເວລາປະຈຸບັນ ເມື່ອຄະນະກຳມະການຊົນເຜົ່າ ພວມສົມທົບກັບບັນດາກະຊວງ, ຂະແຫນງການກ່ຽວຂ້ອງ ສ້າງແຜນຮ່າງສັງລວມການພັດທະນາເສດຖະກິດ ສັງຄົມ ເຂດຊົນເຜົ່າ, ເຂດພູດອຍ ແລະ ເຂດເສດຖະກິດ ສັງຄົມທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດໄລຍະຫລັງປີ 2020.

ຕາມທ່ານ Ousmane Dione ຜູ້ອຳນວຍການແຫ່ງຊາດ ທະນາຄານໂລກ ປະຈຳຫວຽດນາມ ແລ້ວ, ຈາກການຄົ້ນຄ້ວານີ້ ມີຫລາຍກາລະໂອກາດເພື່ອຊຸກຍູ້ໂຄງການດຳເນີນງານເພີ່ມລັກສະນະເຊື່ອມຕົວເຂົ້າກັບສັງຄົມ ດ້ວຍວິທີເປັນເຈົ້າການໃນການນຳໃຊ້ບັນດາວິທີການສຳຜັດໃຫມ່ສຳລັບການພັດທະນາຂອງບັນດາເຂດຊົນເຜົ່າສ່ວນຫນ້ອຍ.

ຕອບກັບ

ຂ່າວ/ບົດ​ອື່ນ