ບັນດາປະເທດ ອາຊຽນ ປຶກສາຫາລືມາດຕະການຄຸ້ມຄອງ, ຂຸດຄົ້ນນຳໃຊ້ທ່າກ່ຳປັ່ນທະເລ

(VOVWORLD) - ທີ່ກອງປະຊຸມ, ສະຫະສະມາຄົມທ່າກ່ຳປັ່ນ ຫວຽດນາມ ໄດ້ແນະນຳເຖິງບັນດາປະເທດສະມາຊິກ ກ່ຽວກັບບັນຫາບຳລຸງສ້າງ, ສະໜອງແຫຼ່ງຊັບພະຍາກອນມະນຸດ ໃຫ້ແກ່ບັນດາທ່າກ່ຳປັ່ນໃນພາກພື້ນ ແລະ ໃນໂລກ. 

ຕອນເຊົ້າວັນທີ 15 ພະຈິກ, ຢູ່ນະຄອນ ຫວູງເຕົ່າ, ແຂວງ ບ່າເຣ້ຍ - ຫວູງເຕົາ, ສະຫະສະມາຄົມທ່າກ່ຳປັ່ນ ບັນດາປະເທດ ອາຊຽນ ໄດ້ຈັດຕັ້ງກອງປະຊຸມປະຈຳປີປຶກສາຫາລືມາດຕະການຄຸ້ມຄອງ, ຂຸດຄົ້ນນ້ຳໃຊ້ທ່າກ່ຳປັ່ນທະເລ. ຜູ້ຕາງໜ້າຂອງ 10 ປະເທດ ອາຊຽນ ພ້ອມກັບບັນດາວິສາຫະກິດ, ນັກຄຸ້ມຄອງທ່າກ່ຳປັ່ນໃນພາກພື້ນມາເຂົ້າຮ່ວມກອງປະຊຸມ. ບັນດາສະມາຊິກສະຫະສະມາຄົມໄດ້ປຶກສາຫາລື, ມາດຕະການ ຄຸ້ມຄອງ, ຂຸດຄົ້ນນຳໃຊ້ທ່າກ່ຳປັ່ນທະເລ, ບົດຮຽນໃນການຂຸດຄົ້ນ, ພັດທະນາທ່າກ່ຳປັ່ນລະຫວ່າງບັນດາທ່າກ່ຳປັ່ນໃນພາກພື້ນ.

        ທີ່ກອງປະຊຸມ, ສະຫະສະມາຄົມທ່າກ່ຳປັ່ນ ຫວຽດນາມ ໄດ້ແນະນຳເຖິງບັນດາປະເທດສະມາຊິກ ກ່ຽວກັບບັນຫາບຳລຸງສ້າງ, ສະໜອງແຫຼ່ງຊັບພະຍາກອນມະນຸດ ໃຫ້ແກ່ບັນດາທ່າກ່ຳປັ່ນໃນພາກພື້ນ ແລະ ໃນໂລກ. ທ່ານ ໂຮ່ກີມເລີນ, ເລຂາທິການໃຫຍ່ສະຫະສະມາຄົມທ່າກ່ຳປັ່ນ ຫວຽດນາມ ໃຫ້ຮູ້ວ່າ:

        “ກຸ່ມທ່າກ່ຳປັ່ນທະເລຂອງ ອາຊຽນ ນອນໃນທ່າອ່ຽງເຊື່ອມໂຍງ ແລະ ເຊື່ອມຕໍ່ກັບລະບົບສະໜອງທົ່ວໂລກ, ການພົວພັນສະໜິດຕິດພັນຂອງພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ຈາກນັ້ນ ມີບັນດາການພົວພັນກັບພາກພື້ນອື່ນໆໃນໂລກ. ກ່ວາ 90% ປະລິມານສິນຄ້າສົ່ງອອກ - ນຳເຂົ້າຂອງໂລກ ເຊິ່ງໃນນັ້ນ ການປະກອບສ່ວນຕົ້ນຕໍແມ່ນການຂົນສົ່ງທາງທະເລ ແລະ ທ່າກ່ຳປັ່ນ, ການປະກອບສ່ວນຂອງທ່າກ່ຳປັ່ນທະເລ ອາຊຽນ ກໍ່ນອນໃນສິ່ງລວມນັ້ນ”

ຕອບກັບ

ຂ່າວ/ບົດ​ອື່ນ