ບັນດາປະເທດ ອາຣັບ ບໍ່ຊອກຫາວິທີປ່ຽນແປງລະບອບຢູ່ ກາຕາ

(VOVWORLD) - ວັນທີ 24 ມິຖຸນາ, ລັດຖະມົນຕີການຕ່າງປະເທດ ສະຫະລັດ ອາຣັບ ເອມີເລັດ ທ່ານ Anwar Gargash ຖະແຫຼງວ່າ 
ບັນດາປະເທດ ອາຣັບ ບໍ່ຊອກຫາວິທີປ່ຽນແປງລະບອບຢູ່ ກາຕາ - ảnh 1 ທ່ານ Anwar Gargash (ພາບອິນເຕີແນັດ)

ບັນດາປະເທດ ອາຣັບ ພວມປິດລ້ອມ ກາຕາ ບໍ່ຊອກຫາວິທີໂຄ່ນລົ້ມຄະນະການນຳຢູ່ ໂດຮາ ແຕ່ຈະຕັດການພົວພັນ ຖ້າຫາກ ກາຕາ ບໍ່ເຫັນດີປະຕິບັດຄຳຮຽກຮ້ອງລວມມີ 13 ຂໍ້ຂອງບັນດາປະເທດ ອາຣັບ ແລະ ເຂດອ່າວ ເປີເຊຍ. ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ນະຄອນ Dubai, ທ່ານ Gargash ເນັ້ນໜັກວ່າ ສະຫະລັດ ອາຣັບ ເອມີເລັດ ພ້ອມກັບບັນດາພັນທະມິດ, ລວມມີ ອາຣັບບິ ຊະອຸດິ, ອີຢິບ ແລະ ເບເຣັນ ບໍ່ຢາກປ່ຽນແປງລະບອບຢູ່ ກາຕາ ແຕ່ຢາກ ໂດຮາ ຕ້ອງມີ “ການປ່ຽນແປງດ້ານການປະພຶດ”.

ຕອບກັບ

ຂ່າວ/ບົດ​ອື່ນ