ບັນ​ດາ​ປະ​ເທດ ​ເຈ​ລະ​ຈາປິດລັບ​ກ່ຽວ​ກັບ RCEP

(VOVWORLD) -ວັນທີ 27 ມິຖຸນາ, ຜູ້ຕາງໜ້າດ້ານການຄ້າທີ່ມາຈາກ ຫຼາຍ ປະເທດໃນພາກພື້ນ ອາຊີ - ປາຊີຟິກ ໄດ້ມີໜ້າຢູ່ນະຄອນ Melbourne, ລັດ Victoria ຂອງປະເທດ ອົດສະຕາລີ, ເພື່ອດຳເນີນການເຈລະຈາກ່ຽວກັບສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນອາຊີ - ປາຊີຟິກ (RCEP).
ບັນ​ດາ​ປະ​ເທດ ​ເຈ​ລະ​ຈາປິດລັບ​ກ່ຽວ​ກັບ RCEP - ảnh 1ທ່ານ Simon Birmingham ລັດຖະມົນຕີ ການຄ້າ ອົດສະຕາລີ  (ພາບ: AAP)

ກ່າວຄຳເຫັນຕໍ່ນັກຂ່າວກ່ອນດຳເນີນເຫດການ, ທ່ານ Simon Birmingham ລັດຖະມົນຕີ ການຄ້າ ອົດສະຕາລີ ໃຫ້ຮູ້ວ່າ ທັງໝົດ16 ປະເທດທີ່ ເຂົ້າຮ່ວມ RCEP ຈະມີການເຈລະຈາປີດລັບກ່ຽວກັບບັນດາເນື້ອໃນຂໍ້ຕົກລົງຂອງ “ໜຶ່ງໃນບັນດາສັນຍາການຄ້າທີ່ມີຄວາມໝາຍດ້ານເສດຖະກິດສູງທີ່ສຸດຂອງໂລກ”. ທ່ານກໍ່ເນັ້ນໜັ້ກວ່າ ໃນຫຼາຍປີຜ່ານມາ, ການເພີ່ມທະວີບັນດາຫຼັກການການຄ້າທົ່ວໂລກໄດ້ສ້າງບັນດາອະພິນິຫານທາງດ້ານເສດຖະກິດໃຫ້ແກ່ ອົດສະຕາລີ. ປະເທດນີ້ບໍໍ່ມີຄວາມສາມາດຊ່ວຍແກ້ໄຂການຂັດແຍ່ງດ້ານການຄ້າລະຫວ່າງ ອາເມລິກາ ແລະ ຈີນ, ແຕ່ຈະຊອກຫາບັນດາກາລະໂອກາດດ້ານການຄ້າໃໝ່, ຜ່ານການຊຸກຍູ້ການລົງນາມບັນດາຂ້ໍຕົກລົງການຄ້າຫຼາຍຝ່າຍ. ອົດສະຕາລີ ຫວັງວ່າ ດ້ວຍຄວາມມານະພະຍາຍາມຂອງຕົນ ແລະ ບັນດາປະເທດຕ່າງໆໃນພາກພື້ນ, RCEP ຈະສຳເລັດໃນປີນີ້ໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ