ບັນດາປະເທດຊ່ວຍເຫຼືອເນປານແກ້ໄຂຜົນຮ້າຍຢ້ອນຫຼັງຈາກແຜ່ນດິນໄຫວ

ບັນດາປະເທດຊ່ວຍເຫຼືອເນປານແກ້ໄຂຜົນຮ້າຍຢ້ອນຫຼັງຈາກແຜ່ນດິນໄຫວ - ảnh 1
ຖະ​ໜົນ​ຫົນ​ທາງ​ຢູ່ Kathmandu ຖືກ​ເປ​ເພ​ພາຍຫຼັງ​ເຫດ​ແຜນ​ດິນ​ໄຫວ
(ພາບ: AFP/TTXVN)


(vovworld) - ວັນ​ທີ 26/4, ວົງ​ການ​ເຈົ້າ​ໜ້າ​ທີ່​ເນ​ປານ ​ໄດ້​ຮຽກຮ້ອງ​ປະ​ເທດ​ຕ່າງໆ​ຊ່ວຍ​ເຫຼືອ​ປະ​ເທດ​ນີ້​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ແຜ່ນດິນ​ໄຫວດ້ວຍ​ຄວາມ​ແຮງ 7,9 ອົງສາຣິກ​ແຕ ທີ່​ເກີດ​ຂຶ້ນ​ກ່ອນ​ນັ້ນ.

        ແຜ່ນດິນ​ໄຫວ​ເກີດ​ຂຶ້ນ​ໃນ​ວັນ​ທີ 25/4, ຫ່າງ​ຈາກ​ນະຄອນຫຼວງ Kathmandu ​ໄປ​ທາງ​ທິດຕາ​ເວັນ​ຕົກ​ສ່ຽງ​ເໜືອ 81 ຫຼັກ. ຕາມ​ການ​ສະຖິຕິ​ຫຼ້າ​ສຸດ, ມີ​ຜູ້​ເສຍ​ຊີວິດ​ປະມານ 1.805 ຄົນ ​ແລະ ຜູ້​ຖືກ​ບາດ​ເຈັ​ບ​ເກືອບ 5.000 ຄົນ. ຄາດ​ວ່າ​ຈຳນວນ​ຜູ້​ເສຍ​ຊີວິດ ​ແລະ ຮັບ​ບາດ​ເຈ​ັບຈະ​ສືບ​ຕໍ່​ເພີ່ມ​ຂຶ້ນ, ​ເພາະວ່າ​ຢູ່​ຫຼາຍ​ແຫ່ງ​ພາລະ​ກອນ​ກູ້​ຊີບ​ບໍ່​ທັນ​ສຳ​ພັດ​ໄດ້.

        ພາຍຫຼັງ​ເກີດ​ໄພພິບັດ 2,3 ຊົ່ວ​ໂມງ, ອິນ​ເດຍ ​ໄດ້​ຈັດ​ສົ່ງ​ໜ່ວຍ​ກູ້​ໄພ​ກູ້​ຊີບ 2 ໜ່ວຍ, ລວມມີ​ພາລະ​ກອນ 96 ຄົນ ​ແລະ ​ເຄື່ອງ​ຊ່ວຍ​ເຫຼືອ 15 ​ໂຕນ ​ເຖິງ​ເນ​ປານ. ຫຼາຍ​ປະ​ເທດ​ຢູ່​ໃນ​ໂລກ, ​ໃນ​ນັ້ນ​ມີ​ອັງກິດ, ຝລັ່ງ, ອາ​ເມ​ລິ​ກາ, ຈີນ, ສິງ​ກະ​ໂປ, ປາ​ກິ​ສະຖານ ກໍ່​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ຊ່ວຍ​ເຫຼືອ​ເນ​ປານ ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ແຜ່ນດິນ​ໄຫວ. ອາ​ເມ​ລິ​ກາ​ ປະກາດ​ຊ່ວຍ​ເຫຼືອ​ດ່ວນ 1 ລ້ານ USD ​ແລະ ຈັດ​ສົ່ງ​ໜ່ວຍ​ກູ້​ໄພ​ກູ້​ຊີບ​ໄປ​ຍັງ​ເນ​ປານ. ສິງ​ກະ​ໂປ​ ກໍ່​ຈັດ​ສົ່ງ​ໜ່ວຍ​ໜຶ່ງ​ລວມມີ 55 ຄົນ​ໄປ​ເນ​ປານ​ຊ່ວຍ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ແຜ່ນດິນ​ໄຫວ.

        ພາຍຫຼັງ​​ໄດ້​ຮັບ​ຂ່າວ​ແຜ່ນດິນ​ໄຫວ​ດັ່ງກ່າວ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕິ໋ນຢຸງ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ທັງ​ເປັນ​ລັດ​​ຖະ​ມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິ່ງ​ມິ​ງ​ ໄດ້​ຝາກ​ໂທລະ​ເລກ​ແບ່ງປັນ​ຄວາມ​ເສົ້າ​ສະຫຼົດ​ໃຈ​ເຖິງທ່ານນາຍົກລັດຖະມົນຕີ ​ແລະ ທ່ານລັດ​ທະ​ມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ເນ​ປານ  ​ແລະ​ ຫວັງ​ວ່າ​ປະຊາຊົນ​ເນ​ປານ ຈະ​ຜ່ານ​ຜ່າ​ຄວາມ​ເຈັບ​ປວດ, ຄວາມ​ເສຍ​ຫາຍ​ນີ້ ​​ເພື່ອກັບ​ຄືນ​ສູ່​ສະພາບ​ເປັນ​ປົກກະຕິ​ໂດຍ​ໄວ.

ຂ່າວ/ບົດ​ອື່ນ