ບັນດາປະເທດມະຫາອຳນາດໃນໂລກ ແລະ ອີຣານ ເຫັນດີເປັນເອກະພາບຮັກສາການເຄື່ອນໄຫວດ້ານການຄ້າ

(VOVWORLD) - ກ່າວຄຳເຫັນຕໍ່ວົງການນັກຂ່າວພາຍຫຼັງການພົບປະກັບບັນດາເຈົ້າໜ້າທີ່ທີ່ມາຈາກ ອັງກິດ, ຝລັ່ງ, ເຢຍລະມັນ, ລັດເຊຍ, ຈີນ ກັບອີຣານ ຢູ່ນອກກອງປະຊຸມຂອງກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 73 ຢູ່ນິວຢອກ...
ບັນດາປະເທດມະຫາອຳນາດໃນໂລກ ແລະ ອີຣານ ເຫັນດີເປັນເອກະພາບຮັກສາການເຄື່ອນໄຫວດ້ານການຄ້າ - ảnh 1 ພາບປະກອບ

ວັນທີ 24 ກັນຍາ, ບັນດາຝ່າຍຍັງເຫຼືອທີ່ເຂົ້າຮ່ວມຂໍ້ຕົກລົງນິວເຄຼຍທີ່ມີຊື່ວ່າ ແຜນການເຄື່ອນໄຫວລວມຮອບດ້ານ (JCPOA) ບັນລຸໄດ້ຄວາມເຫັນດີເຫັນພ້ອມສືບຕໍ່ມານະພະຍາຍາມສ້າງຕັ້ງກົນໄກພິເສດ ເພື່ອຮັກສາການຄ້າກັບ ອີຣານ, ໃນນັ້ນມີຂົງເຂດນ້ຳມັນບໍ່, ເພື່ອແນໃສ່ຫຼີກລ້ຽງບັນດາຄຳສັ່ງລົງໂທດຂອງອາເມລິກາ. ກ່າວຄຳເຫັນຕໍ່ວົງການນັກຂ່າວພາຍຫຼັງການພົບປະກັບບັນດາເຈົ້າໜ້າທີ່ທີ່ມາຈາກ ອັງກິດ, ຝລັ່ງ, ເຢຍລະມັນ, ລັດເຊຍ, ຈີນ ກັບອີຣານ ຢູ່ນອກກອງປະຊຸມຂອງກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 73 ຢູ່ນິວຢອກ, ປະເທດ ອາເມລິກາ, ທ່ານນາງ Federica Mogherini, ຜູ້ຕາງໜ້າຂັ້ນສູງຂອງ ສະຫະພາບເອີລົບ (EU) ກ່ຽວກັບຄວາມໝັ້ນຄົງ ແລະ ການຕ່າງປະເທດ ໃຫ້ຮູ້ວ່າ: ບັນດາຝ່າຍເຂົ້າຮ່ວມໄດ້ຊົມເຊີຍຂໍ້ສະເໜີແທດຈິງເພື່ອແນໃສ່ຮັກສາ ແລະ ພັດທະນາບັນດາການຊຳລະ.

        ໃນເດືອນພຶດສະພາຜ່ານມາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ປະກາດຖອນຕົວອອກຈາກຂໍ້ຕົກລົງນິວເຄຼຍຄັ້ງປະຫວັດສາດ JCPOA ທີ່ລົງນາມລະຫວ່າງ ອີຣານ ແລະ ກຸ່ມ P5+1(ເຊິ່ງລວມມີ ອັງກິດ, ອາເມລິກາ, ລັດເຊຍ, ຝລັ່ງ, ຈີນ ແລະ ເຢຍລະມັນ) ປີ 2015. ຮອດເດືອນສິງຫາ, ອາເມລິກາ ໄດ້ຈັດວາງບັນດາມາດຕະການລົງໂທດຕໍ່ອີຣານຄືນໃໝ່, ຕາມນັ້ນແລ້ວ, ຮຽກຮ້ອງໃຫ້ບັນດາປະເທດຢຸດຕິການຊື້ນ້ຳມັນຈາກອີຣານນັບແຕ່ວັນທີ 4 ພະຈິກ, ຖ້າບໍ່ແນວນັ້ນຈະຕ້ອງປະເຊີນໜ້າກັບຜົນຮ້າຍຢ້ອນຫຼັງດ້ານການເງິນ.

ຕອບກັບ

ຂ່າວ/ບົດ​ອື່ນ