ບັນດາປະເທດອີຢູບັນລຸໄດ້ຂໍ້ຕົກລົງສຳຄັນກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ

ບັນດາປະເທດອີຢູບັນລຸໄດ້ຂໍ້ຕົກລົງສຳຄັນກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ - ảnh 1
ປະ​ທານ​ຄະ​ນະ​ກຳ​ມະ​ການ​ເອີ​ລົບ Jose Manuel Barroso
ແລະ ທ່ານ​ປະ​ທານ​ສະ​ພາ​ເອີ​ລົບ Herman Van Rompuy
(ພາບ: AFP/TTXVN)

(vovworld) – ​ຕອນ​ເຊົ້າ​ວັນ​ທີ 24/10, ການ​ນຳ​ບັນ​ດາ​ປະ​ເທດ​ສະ​ຫະ​ພາບ​ເອີ​ລົບ (ອີ​ຢູ) ບັນ​ລຸ​ໄດ້​ຂໍ້ຕົກ​ລົງ​ຫລຸດ​ຜ່ອນ​ປະ​ລິ​ມານ​ອາຍ​ແກັດ​ທີ່ກໍ່​ມົນ​ລະ​ພິດ​ເຮືອນ​ແກ້ວ​ໃນ​ປີ 2030 ​ລົງຢ່າງ​ໜ້ອຍ​ສຸດແມ່ນ 40% ເມື່ອ​ທຽບ​ໃສ່​ປີ 1990. ​ຂໍ້​ມູນ​ດັ່ງ​ກ່າວ​ໂດຍ​ທ່ານ​ປະ​ທານ​ສະ​ພາ​ເອີ​ລົບ Herman Van Rompuy ປະ​ກາດ​ໃນ​ວັນ​ດຽວ​ກັນ​ທາງ​ອີ​ນ​ເຕີ​ເນັດ. ຕາມ​ທ່ານ Rompuy ແລ້ວ, ວົງ​ການ​ການ​ນຳ ອີ​ຢູ ຍັງ​ເຫັນ​ດີເປັນ​ເອ​ກະ​ສັນ​ນຳ​ກັນ​​ຕໍ່ 2 ​ຈຸດ​ໝາຍ​ອື່ນ​ໃນ​ປີ 2030, ນັ້ນ​ແມ່ນ​ເພີ່ມ​​ການ​ນຳ​ໃຊ້​ພະ​ລັງ​ງານ​ທີ່ອາດ​ຈະ​ຜະ​ລິດ​ຄືນ​ໃໝ່​ໄດ້ 27% ແລະ ເພີ່​ມ​ປະ​ສິດ​ທິ​ຜົນ​ການ​ນຳ​ໃຊ້​ພະ​ລັງ​ງານຂຶ້ນ​ຢ່າງ​ໜ້ອຍ​ສຸດ 27% ເມື່ອ​ທຽບ​ໃສ່​ປົກ​ກະ​ຕິ. ນອກ​ຈາກນັ້ນ, ບັນ​ດາ​ການ​ນຳ ອີ​ຢູ ກໍ່​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຊຸກ​ຍູ້​​ສາຍ​ສຳ​ພັນ​ຂ້າມ​ຊາຍ​ແດນ​ເພື່ອ​ປັບ​ປຸງ​ແຫຼ່ງ​ສະ​ໜອງ​ພະ​ລັງ​ງານ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ. ບັນ​ດາ​ຂໍ້​ຕົກ​ລົງ​ນີ້​ບັນ​ລຸ​ໄດ້​ພາຍຫຼັງຫຼາຍ​ຊົ່ວ​ໂມງ​​ທີ່ຖົກ​ຖຽງ​ກັນ​ລະ​ຫວ່າງ​ບັນ​ດາ​ການ​ນຳ ອີ​ຢູ ທີ່ກອ​ງ​ປະ​ຊຸມ​ສຸດຍອດ​ພວມ​ຈັດ​ຕັ້ງ​ຢູ່ ບ​ຣຸກ​ແຊນ, ປະ​ເທດ ແບນ​ຊິກ.

 


ຂ່າວ/ບົດ​ອື່ນ