ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ແບ່ງປັນຂໍ້ມູນຂ່າວກ່ຽວກັບການອະນຸລັກຮັກສາມໍລະດົກວັດທະນະທຳບໍ່ມີຮູບຮ່າງ

ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ແບ່ງປັນຂໍ້ມູນຂ່າວກ່ຽວກັບການອະນຸລັກຮັກສາມໍລະດົກວັດທະນະທຳບໍ່ມີຮູບຮ່າງ - ảnh 1
(ພາບປະກອບ)

(vovworld) – ກອງ​ປະຊຸມ​ເຂດ​ອະນຸ​ພາ​ກພື້ນ ກ່ຽວ​ກັບ​ວຽການ​ອະນຸລັກ​ຮັກສາມໍ​ລະ​ດົກ​ວັດທະນະທຳບໍ່​ມີ​ຮູບ​ຮ່າງພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ປີ 2015, ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 06/10, ຢູ່​ຮ່າ​ໂນ້ຍ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ຜູ້​ແທນ​ທີ່​ຕາງ​ໜ້າ​ໃຫ້​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​​ໃຕ້. ນີ້​ແມ່ນ​ເຫດການ​ສຳຄັນ, ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​​ນັບ​ມື້​ນັບ​ສູງ​ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ ​ໃນ​ການ​ອະນຸລັກ​ຮັກ​ສາ​ມໍ​ລະ​ດົກວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ ຕໍ່​ໜ້າ​ສະພາບ​ການ​ໂລກ​ມີ​ການ​ຜັນ​ແປ່, ສິ່ງ​ທ້າ​ທາຍຫຼາຍ​ຢ່າງ​ເກີດ​ຂຶ້ນ​ຈາກ​ການ​ຫັນ​ເປັນ​ຕົວ​ເມືອງ, ຫັນ​ເປັນ​ອຸດສາ​ຫະກຳ, ຫັນ​ເປັນ​ທົ່ວ​ໂລກ. ກອງປະຊຸມ​ຖື​ກດຳ​ເນີນ​ໄປ​ເປັນ​ເວລາ 2 ວັນ, ບັນດາ​ນັກ​ຊ່ຽວຊານ​ຈະ​ແບ່ງປັນ​ກ່ຽວ​ກັບ​ບົດບາດ, ຄວາມ​ສຳຄັນ​ຂອງ​ປະຊາ​ຄົມ ​ໃນ​ການ​ອະນຸລັກ​ຮັກ​ສາ​ມໍ​ລະ​ດົກ​ວັດທະນະທຳບໍ່​ມີ​ຮູບ​ຮ່າງ, ຮັບ​ຟັງ​ບົດຮຽນ​ຈາກ​ປະ​ເທດ​ຕ່າງໆ. ຜ່ານ​ນັ້ນ, ບັນດາ​ຜູ້​ແທນ​ຈະ​ເຂົ້າ​ໃຈ​ກວ່າກ່ຽວ​ກັບ​ສະພາບ​ການ​ຕົວ​ຈິງ​ຂອງ​ແຕ່ລະ​ປະ​ເທດ​, ພິ​ເສດ​ແມ່ນ​ສະພາບ​ຕົວ​ຈິງ​ໃນ​ການ​ຮຽບຮຽງ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ລະບົບ​ມະນຸດ, ກຸ່ມ​​ຄົນກັບ​ຮັກສາ​ມໍ​ລະ​ດົກວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ; ບັນດາ​ສິ່ງ​ທ້າ​ທາຍ​ຕ້ອງ​ຜ່ານ​ຜ່າ, ຈາກ​ນັ້ນ​ສ້າງ​​ເປັນແຜນການ​ໃຫ້​ບັນດາ​ໂຄງການ​ທີ່​ຈະ​ມາ​ເຖິງ.

        ທີ່​ກອງ​ປະຊຸ​ມ, ທ່ານນາງ​ລັດຖະມ​ົນຕີ​ຊ່ວຍ​ວ່າການ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງທ່ຽວ ດັ້ງ​ທິບິ​ກລຽນ ຢືນຢັນ​ວ່າ, ຫວຽດນາມ ​ໄດ​້ມີ​ຄວາມ​ມານະ​ພະຍາຍາມ​ຫຼາຍ​ຢ່າງ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ອະນຸລັກ​ຮັກ​ສາ​ ​ແລະ ​ເສີມ​ຂະຫຍາຍ​ຄຸນ​ຄ່າ​ມໍ​ລະ​ດົກ​ວັດທະນະທຳບໍ່​ມີ​ຮູບ​ຮ່າງ, ພ້ອມ​ທັງ ປາດ​ຖະໜາ​ວ່າ, ຜ່ານ​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຈະ​ຮ່ວມ​ແຮງ​ຮ່ວມ​ໃຈ ຊອກ​ຫາ​ວິທີ​ເພື່ອ​ອະນຸລັກ​ຮັກ​ສາ​ມໍ​ລະ​ດົກ​ວັດທະນະທຳບໍ່​ມີ​ຮູບ​ຮ່າງຢ່າງ​ມີ​ປະສິດທິ​ຜົນ.

ຂ່າວ/ບົດ​ອື່ນ