ບັນດາປະເທດອາຊຽນຈະຍູ້ແຮງການຮ່ວມມືພັດທະນາການທ່ອງທ່ຽວກ່ຳປັ່ນທະເລ

ບັນດາປະເທດອາຊຽນຈະຍູ້ແຮງການຮ່ວມມືພັດທະນາການທ່ອງທ່ຽວກ່ຳປັ່ນທະເລ - ảnh 1
ກອງ​ປະ​ຊຸມ​ຂ່າວເວ​ທີ​ປາ​ໄສ​ທ່ອງ​ທ່ຽວ​ອາ​ຊຽນ ຄັ້ງ​ທີ 36 (ATF 2017)
(ພາບ: vietnamplus.vn)


(vovworld) - ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ ຈະ​ຍູ້​ແຮງ​ການ​ຮ່ວມ​ມື​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ກ່ຳ​ປັ່ນ​ທະ​ເລ ດ້ວຍ​ຄາດ​ໝາຍ​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽ​ວ 4,5 ລ້ານ​ເທື່ອ​ຄົນ ໃນ​ປີ 2035. ນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ເນື້ອ​ໃນ​ຕົ້ນ​ຕໍ່​ທີ່​ໄດ້​ຍົກ​ອອກ​ມາ ​ໃນ​ຖະ​ແຫຼງ​ການ​ຮ່ວມ​ຂອງ​ເວ​ທີ​ປາ​ໄສ​ທ່ອງ​ທ່ຽວ​ອາ​ຊຽນ ຄັ້ງ​ທີ 36 (ATF 2017) ຖືກ​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 16 – 20/01, ຢູ່​ສິງ​ກະ​ໂປ. ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ສິງ​ກະ​ໂປ S.Iswaran ເນັ້ນ​ໜັກ​ວ່າ, ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຢ່າງ​ໃຫຍ່​ຫຼວງ​ເພື່ອ​ພັດ​ທະ​ນາ​ຂະ​ແໜງ​ອຸດ​ສາ​ຫະ​ກຳ​ທ່ອງ​ທ່ຽ​ວ​ເວົ້າ​ລວມ, ພິ​ເສດ​ແມ່ນ​ທ່ອງ​ທ່ຽວ​ດ້ານ​ກ່ຳ​ປັ່ນ​ທະ​ເລ. ຕາມນັ້ນ​ແລ້ວ, ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ ຈະ​ສຸມ​ໃສ່​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ, ປັບ​ປຸງ​ບັນ​ດາ​ການ​ເຄື່ອນ​ໄຫວ​ຢູ່​ເຂດ​ຝັ່ງ ແລະ ບ​ຳ​ລຸງ​ສ້າງ​ແຫຼ່​ງ​ຊັບ​ພະ​ຍ​າ​ກອນ​ມະ​ນຸດ​ເພື່ອ​ຕ້ອບ​ສະ​ໜອງ​ໃຫ້​ຂະ​ແໜງ​ທ່ອງ​ທ່ຽ​ວ​ກ່ຳ​ປັ່ນ​ທະ​ເລ. ທ່ານ​ຮອງ​ຫົວ​ໜ້າ​ກົມ​ໃຫຍ່​ທ່ອງ​ທ່ຽວ​ຫວຽດ​ນາມ ຮ່າ​ວັນ​ຊຽວ ໃຫ້​ຮູ້​ວ່າ, ຫວຽດ​ນາມ ກໍ​ມ​ີ​ແຜນ​ການ​ລົງ​ທຶນ, ເປີ​ດກວ້າງ ແລະ ສ້າງ​ສຳ​ເລັດ​ບັນ​ດາ​ທ່າ​ກ່ຳ​ປັ່ນ​ນ້ຳ​ເລິກ ເພື່ອ​ສາ​ມາດ​ຕ້ອນ​ຮັບ​ບັນ​ດາ​ກ່ຳ​ປັ່ນ​ລຳ​ໃ​ຫຍ່​ຂົນ​ສົ່ງ​ນັກ​ທ່ອງ​ທ່ຽວ 3.000 ຄົນ, ກໍ​ຄື​ສ້າງ​ບັນ​ດາ​ຜະ​ລິດ​ຕະ​ພັນ​ທ່ອງ​ທ່ຽວ​ສະ​ເພາະ​ໃຫ້​ບັນ​ດາ​ເປົ້າ​ໝາຍ​ດັ່ງ​ກ່າວ.

ຂ່າວ/ບົດ​ອື່ນ