ບັນດາປະເທດອາຊຽນເພີ່ມທະວີການຮ່ວມມືໃນຂົງເຂດພາສີ

ບັນດາປະເທດອາຊຽນເພີ່ມທະວີການຮ່ວມມືໃນຂົງເຂດພາສີ - ảnh 1
(ກອງ​ປະ​ຊຸ​ມ​ພາ​ສີ​ບັນ​ດາ​ປະ​ເທດ​ອາ​ຊຽນ ຄັ້ງ​ທີ 25)

(vovworld) - ກອງ​ປະ​ຊຸ​ມ​ພາ​ສີ​ບັນ​ດາ​ປະ​ເທດ​ອາ​ຊຽນ ຄັ້ງ​ທີ 25 ຖືກ​ດຳ​ເນີນ​ຢູ່​ນະ​ຄອນ​ຫຼວງ ພະ​ນົມ​ເປັນ, ປະ​ເທດກ​ຳ​ປູ​ເຈຍ, ໃນ​ລະ​ຫວ່າງວັນ​ທີ 25 – 27/05, ດ້ວຍ​ການ​ເຂ​ົ້າ​ຮ່ວມ​ຂອງ​ອົງ​ການ​ພາ​ສີ​ບັນ​ດາ​ປະ​ເທດ​ອາ​ຊຽນ ແລະ ບັນ​ດາ​ຄູ່​ຮ່ວມ​ມື​ໃນ​ພາກ​ພື້ຶ້ນ. ໃນການ​ເຮັດ​ວຽກ​ມາ​ເປັນ​ເວ​ລາ 3 ວັນ, ກອງ​ປະ​ຊຸມ​ໄດ້​ສຸມ​ໃສ່​ກວດ​ກາ​ຄືນ​ລະ​ດັບ​ຄວາມ​ຄືບ​ໜ້​າ​ວຽກ​ງານ​ເຊິ່ງ​ຄະ​ນະ​ກຳ​ມະ​ການ​ກ່ຽວ​ຂ້ອງ​ເຖິງ​ພາ​ສີ​ອາ​ຊຽນ ໄດ້​ຮັບ​ຮອງ​ເອົາ​ກ່ອນນີ້, ກ​ໍ​ຄື​ຫັນ​ລະ​ບຽບ​ການ​ເປັນ​ງ່າຍ​ດາຍ ແລະ ສ້າງ​ຄວາມ​ສະ​ດວກ​ໃຫ້​ການ​ຄ້າ, ສ້າງ​ກຳ​ລັງ​ຄວາມ​ສາ​ມາດໃຫ້​ພາ​ສີ ຕາມ​ກົນ​ໄກ​ປະ​ຕູ​ດຽວ. ບັນ​ດາ​ຜູ້​ແທນ​ກໍ​ປຶກ​ສາ​ຫາ​ລື​ສ້າງ​ກຳ​ນົດ​ທິດ​ລວມ ໃຫ້​ບັນ​ດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ພາ​ສີໃຫ້​ໄລ​ຍະ 2016 – 2025; ກຳ​ນົດ​ບັນ​ດາ​ຕົວ​ເລກ​ປະ​ສິດ​ທິ​ຜົນ​ການ​ເຄື່ອນ​ໄຫວ​ໃຫ້​ຂົງ​ເຂດ​ພາ​ສີ ຕາມ​ການຊີ້​ນຳ​ຂອງ​ບັນ​ດາ​ລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ​ອາ​ຊຽນ. ກອງ​ປະ​ຊຸມ​​ຫົ​ວ​ໜ້າ​ກົມ​ໃຫຍ່ພາ​ສີ​ອາ​ຊຽນ ຍັງ​ດຳ​ເນີນ​ບັນ​ດາ​ວາ​ລະ​ປະ​ຊຸ​ມ​ທາບ​ທາມ​ຄວາມ​ເຫັນ​ກັບ​ການ​ນຳ​ພາ​ສີ​ບັນ​ດາ​ປະ​ເທດ​ຍີ່​ປຸ່ນ, ຈີນ, ສ.ເກົາ​ຫຼີ, ກໍ​ຄື​ບາງ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ໃນ​ພາກ​ພື້ນ.

ຂ່າວ/ບົດ​ອື່ນ