ບັນດາປະເທດເຈລະຈາTPPໂຮມປະຊຸມເພື່ອພິຈາລະນາການປັບປຸງບາງມາດຕາພາຍຫລັງອາເມລິກາຖອນອອກຈາກສັນຍາ

(VOVWORLD) -ວັນທີ 21 ກັນຍາ, ຫົວຫນ້າຄະນະຜູ້ແທນ 11 ປະເທດ ທີ່ຍັງເຫລືອເຂົ້າຮ່ວມການເຈລະຈາສັນຍາຄູ່ຮ່ວມມືຂ້າມປາຊິຟີກ (TPP) ໄດ້ເລີ່ມຕົ້ນຮອບເຈລະຈາທີ່ແກ່ຍາວເປັນເວລາ 2 ວັນ ຢູ່ ນະຄອນຫລວງ ໂຕກຽວ ເພື່ອພິຈາລະນາເລື່ອງປັບປຸງຫລືຍົກເລີກບາງມາດຕາໃນຂໍ້ຕົກລົງພາຍຫລັງ ອາເມລິກາຖອນອອກຈາກ TPP ໃນຕົ້ນປີນີ້. 

ບັນດາປະເທດເຈລະຈາTPPໂຮມປະຊຸມເພື່ອພິຈາລະນາການປັບປຸງບາງມາດຕາພາຍຫລັງອາເມລິກາຖອນອອກຈາກສັນຍາ - ảnh 1 ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ

ພາບ:ອິນເຕີແນັດ

ກ່າວຄຳເຫັນເປີດກອງປະຊຸມ, ທ່ານ Kazuyoshi Umemoto ຫົວຫນ້າຄະນະເຈລະຈາຂອງຍີ່ປຸ່ນ ປາດຖະຫນາວ່າ ທີ່ກອງປະຊຸມຄັ້ງນີ້ ບັນດາປະເທດອາດຈະບັນລຸໄດ້ບາດກ້າວເດີນໃຫມ່ ມຸ່ງໄປເຖິງເວທີປາໄສຮ່ວມມືເສດຖະກິດ ອາຊີ ປາຊິຟີກ ຊື່ງຄາດວ່າຈະ ດຳເນີນຢູ່ຫວຽດນາມໃນເດືອນພະຈິກຈະມາເຖິງ. ທ່ານ Kazuyoshi Umemoto  ໄດ້ຢືນຢັນຄືນຄວາມສຳຄັນຂອງເລື່ອງສ້າງລະບົບການຄ້າເສລີ ແລະ ຫລາຍຝ່າຍໂດຍອີງໃສ່ບັນດາຂໍ້ກຳນົດເຂັ້ມງວດຢູ່ ອາຊີ ປາຊີຟິກ, ຖືວ່າລະບົບນີ້ ແມ່ນສອດຄອ່ງສຳລັບສະຕະວັດທີ 21 ຢ່າງແທ້ຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ