ບັນດາຜູ້ສະໝັກຮັບເລືອກຕັ້ງຂອງພັກສາທາລະນະກ້າວເຂົ້າສູ່ວາລະຖົກຖຽງຄັ້ງທີ8

ບັນດາຜູ້ສະໝັກຮັບເລືອກຕັ້ງຂອງພັກສາທາລະນະກ້າວເຂົ້າສູ່ວາລະຖົກຖຽງຄັ້ງທີ8 - ảnh 1
ບັນ​ດາ​ຜູ້​ສະ​ໝັກ​ຮ​ັບ​ເລືອກ​ຕັ້ງ​ພັກ​ສາ​ທາ​ລະ​ນະ
ພາບ:TTXVN

(vovworld)- ຕອນ​ເຊົ້າ​ວັນ​ທີ 7/1 ຕາມ​ເວ​ລາ​ຫວຽດ​ນາມ, ບັນ​ດາ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ພັກ​ສາ​ທາ​ລະ​ນະ ໄດ້​ດຳ​ເນີນ​ການ​ຖົກ​ຖຽງ​ໂດຍ​ກົງ​ຄັ້ງ​ທີ 8 ທາງ​ໂທ​ລະ​ພາບ. ນີ້​ແມ່ນ​ການ​ຖົກ​ຖຽງ​ຄັ້ງ​ທີ 3 ໃນ​ປີ 2016 ຊື່ງ​ດຳ​ເນີນ 2 ມື້​ກ່ອນ​ທີ່​ພັກ​ສາ​ທາ​ລະ​ນະ​ກ້າ​ວ​ເຂົ້າ​ສູ່​ການ​ປ່ອນ​ບັດ​ໃນ​ວັນ​ທີ 9/2 ຢູ່ ລັດ New Hampshire. ການ​ຖົກ​ຖຽງ​ດັ່ງ​ກ່າວ​ໂດຍ ຊ່ອງ​ໂທ​ລະ​ພາບ Fox News ຈັດ​ຕັ້ງ​ປະ​ຕິ​ບັດ. ເຂົ້າ​ຮ່ວມ​ການ​ຖົກ​ຖຽງ​ຄັ້ງ​ນີ້ ມ​ີ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ຂອງ​ພັກ​ດັ່ງ​ກ່າວ 6 ຄົນ. ຕາມ​ໝາກ​ຜົນ​ການ​ຢັ່ງ​ຫາງ​ສຽງ​ຫວ່າງ​ແລ້ວນີ້, ອັດ​ຕາ​ສ່ວນ​ສະ​ຫນັບ​ສະ​ຫນູນ​ໃຫ້​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ  Donal Trump ຢູ່ New Hampshire ແມ່ນ 35%, ໃນ​ຂະ​ນະ ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ Rubio ພຽງ 14%.

 

ຂ່າວ/ບົດ​ອື່ນ