ບັນດາລາຍການທັດສະນະສຶກສາບໍ່ເສຍຄ່າຢູ່ ຮ່າໂນ້ຍ ສະຫງວນໃຫ້ນັກທ່ອງທ່ຽວສາກົນ

(VOVWORLD) - ນັບແຕ່ເດືອນ ຕຸລາ 2017, ບໍລິສັດທ່ອງທ່ຽວ Viettravel ຮ່າໂນ້ຍ ຜັນຂະຫຍາຍ 5 ລາຍການທັດສະນະສຶກສາບໍ່ເສຍຄ່າ ສົມທົບກັບການຍ່າງໃຫ້ນັກທ່ອງທ່ຽວສາກົນ ເມື່ອມາ ຮ່າໂນ້ຍ (Hanoi Free Walking Tours),
ບັນດາລາຍການທັດສະນະສຶກສາບໍ່ເສຍຄ່າຢູ່ ຮ່າໂນ້ຍ ສະຫງວນໃຫ້ນັກທ່ອງທ່ຽວສາກົນ  - ảnh 1ບັນດາລາຍການທັດສະນະສຶກສາບໍ່ເສຍຄ່າຢູ່ ຮ່າໂນ້ຍ ພາບ:Vietravel

ຊ່ວຍໃຫ້ນັກທ່ອງທ່ຽວມີການລົງຕົວຈິງທີ່ເປັນໜ້າຈັບໃຈເມື່ອຄົ້ນຫາ ຮ່າໂນ້ຍ. ລາຍການໄດ້ຮັບການຜັນຂະຫຍາຍໃນວັນສຸກ, ວັນເສົາ ແລະ ວັນທິດປະຈຳອາທິດ, ເວລາແຕ່ 2 – 3 ຊົ່ວໂມງຕໍ່ລາຍການ. ສິ້ນສຸດແຕ່ລະລາຍການ Tours, ນັກທ່ອງທ່ຽວຍັງໄດ້ຮັບປະທານບັນດາເຍືອງອາຫານທີ່ອຸດົມສົມບູນ, ຫລາຍຮູບຫລາຍສີຂອງນະຄອນຫລວງຄື: ເຝີ ຮ່າໂນ້ຍ, ປັນກວນ, ເຂົ້າປຸ້ນ …ລາຍການທັດສະນະສຶກສາບໍ່ເສຍຄ່ານີ້ ຈະກາຍເປັນຂົວເຊື່ອມຕໍ່ດ້ານວັດທະນະທຳ ແລະ ແມ່ນໂອກາດທີ່ດີ ເພື່ອໂຄສະນາຮູບພາບປະເທດຊາດ, ຊີວິດການເປັນຢູ່ຂອງປະຊາຊົນ ຫວຽດນາມ ເວົ້າລວມ, ນະຄອນຫລວງ ຮ່າໂນ້ຍ ເວົ້າສະເພາະ.

ຕອບກັບ

ຂ່າວ/ບົດ​ອື່ນ