ບັນດາສະມາຊິກສະພາແຫ່ງຊາດມີຄວາມຫວັງຕໍ່ກົງຈັກໃໝ່ຂອງລັດຖະບານ

ບັນດາສະມາຊິກສະພາແຫ່ງຊາດມີຄວາມຫວັງຕໍ່ກົງຈັກໃໝ່ຂອງລັດຖະບານ - ảnh 1
(ພາບປະກອບ)

(vovworld) – ​ ວັນ​ທີ 28/07, ສະພາ​ແຫ່ງ​ຊາດ​ຮັບຮອງ​ເອົາ​ມະຕິ​ໃຫ້​ສັດຕະຍາບັນ​ໃບ​ສະ​ເໜີ​ຂອງ​ທ່ານ​ນາຍົກລັດຖະມົນຕີກ່ຽວ​ກັບ​ການ​ແຕ່ງ​ຕັ້ງ​ບັນດາ​ຮອງນາຍົກລັດຖະ ມົນຕີ, ບັນດາ​ລັດຖະມົນຕີ ​ແລະ ສະມາຊິກ​ອື່ນໆ​ຂອງ​ລັດຖະບານ. ດ້ວຍ​ຖັນ​ແຖວ​ພະນັກງານ​ຫຼັກ​ແຫຼ່ງ​ໃນ​ອາຍຸ​ການ​ໃໝ່, ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ເຊື່ອ​ໝັ້ນ​ວ່າ: ກົງ​ຈັກ​ໃໝ່​ຂອງ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີອາຍຸການ 2016 – 2021 ຈະ​ມີ​ບັນດາ​ການ​ປ່ຽນ​ໃໝ່​ເຂັ້ມ​ແຂງ ​ແລະ ຂ້ຽວຂາດ ​ເພື່ອ​ນຳ​ປະ​ເທດ​ຊາດ​ຜ່ານ​ຜ່າ​ຄວາມຫຍຸ້ງ​ຍາກ, ​ເຊື່ອມ​ໂຍງ​ເສດຖະກິດ​ກັບສາກົນ​ສຳ​ເລັດ​ຜົນ. ທ່ານ ຟານ​ຫງວຽນ​ຍື​ເຄ ສະມາຊິກ​ສະພາ​ແຫ່ງ​ຊາດ, ຄະນະ​ຜູ້​ແທນ​ນະຄອນ ​ໂຮ່ຈີ​ມິນ ຕັ້ງຄວາມ​ຫວັງຕໍ່​ກົນ​ໂຄງ​ປະກອບ​ກົງຈັກ​ຂອງ​ລັດຖະບານ​ຊຸດ​ທີ 14.

        “ຂ້າພະ​ເຈົ້າ​ເຫັນ​ດີ​ເຫັນ​ພ້ອມ​ສູງ​ຕໍ່ການ​ສະຫລຸບ​ຂອງ​ທ່ານ​ນາຍົກລັດຖະມົນຕີ, ນັ້ນ​ແມ່ນ ຕັ້ງຄວາມ​ຫວັງ​ຕໍ່​ກົງຈັກ​ລັດຖະບານ​ຊຸດ​ໃໝ່ ມີ​ຄວາມ​ຮັບຜິດຊອບ, ຂະຫຍັນ​ຂັນ​ເຄື່ອນສັດ​ຊື່​ບໍລິສຸດ ​ແລະ ຍາມ​ໃດ​ກໍ່​ພິຈາລະນາ​ທຸກ​ບັນ​ຫາ, ຖື​ຊີວິດ​ຂອງ​ປະຊາຊົນ​ເປັນ​ຈຸດໝາຍ​ສູງ​ສົງ, ນຳ​ມາ​ໃຫ້​ຄວາມ​ວັດທະນາ​ຖາ​ວອນ​ຂອງ​ປະ​ເທດ​ຊາດ ​ແລະ ຄວາມ​ຜາ​ສຸກ​ໃນ​ຊີວິດ​ການ​ເປັນ​ຢູ່​ຂອງປະຊາຊົນ”.

 

 

ຂ່າວ/ບົດ​ອື່ນ