ບັນດາອົງການການເງິນທົ່ວໂລກຕີລາຄາແງ່ຫວັງການເຕີບໂຕຂອງຫວຽດນາມຢ່າງຕັ້ງໜ້າ

(VOVWORLD) -ໃນບົດລາຍງານແງ່ຫວັງເສດຖະກິດທົ່ວໂລກທີ່ຫາກໍ່ປະກາດຫວ່າງແລ້ວນີ້, ທະນາຄານໂລກ (World Bank) ຄາດຄະເນວ່າ ການເຕີບໂຕດ້ານເສດຖະກິດຂອງຫວຽດນາມ ບັນລຸໄດ້ລະດັບ 6,8% ໃນປີ 2018, ສູງກວ່າເມື່ອທຽບໃສ່ລະດັບຄາດຄະເນແມ່ນ 6,5% ທີ່ໄດ້ຍົກອອກມາໃນໄລຍະຕົ້ນປີ.

ຫວຽດນາມ ໄດ້ຮັບການຄາດຄະເນວ່າ ແມ່ນພື້ນຖານເສດຖະກິດເຕີບໂຕໄວທີ 2 ຢູ່ພາກພື້ນອາຊີ ປາຊີຟິກ ໃນປີ 2018, ຖັດຈາກກຳປູເຈຍ (6,9%). ການຄາດຄະເນຖືກຍົກອອກມາໃນສະພາບທີ່ການເຕີບໂຕໃນໄຕມາດທີ 1 ປີ 2018 ຂອງຫວຽດນາມ ບັນລຸລະດັບ 7,38%, ສູງທີ່ສຸດໃນຮອບເວລາ 10 ປີຜ່ານມາ. ພື້ນຖານເສດຖະກິດຫວຽດນາມ ໃນປີ 2017 ກໍ່ບັນລຸລະດັບເຕີບໂຕສະຖິຕິໃນຮອບເວລາເກືອນ 1 ທົດສະວັດຜ່ານມາ.

      ໃນຂະນະນັ້ນ, ບໍລິສັດຈັດອັນດັບ Fitch ໃຫ້ຂໍ້ສັງເກດວ່າ ຫວຽດນາມ ອາດຈະບັນລຸລະດັບເຕີບໂຕ 6,7% ໃນປີ 2018, ຍ້ອນແຫຼ່ງເງິນລົງທຶນໂດຍກົງຈາກຕ່າງປະເທດຢ່າງແຮງ, ຂະແໜງຜະລິດສືບຕໍ່ເປີດກວ້າງ ແລະ ເພີ່ມການໃຊ້ສອຍສ່ວນຕົວຢ່າງແຮງ.

      ທະນາຄານພັດທະນາອາຊີ (ADB) ມີຄວາມປະເອີບໃຈກວ່າ, ເມື່ອຍົກອອກການຄາດຄະເນການເຕີບໂຕດ້ານເສດຖະກິດຂອງຫວຽດນາມ ຈະລື່ນກາຍລະດັບ 7% ໃນປີ 2018.

ຕອບກັບ

ຂ່າວ/ບົດ​ອື່ນ