ບັນດາແຂວງທາງພາກເໜືອເປັນເຈົ້າການຮັບມືກັບສະພາບຝົນຕົກ, ນ້ຳແກ່ງ

(VOVWORLD) - ເພື່ອຮັບມືກັບສະພາບອາກາດຮ້າຍແຮງ, ມີໄພເກີດນ້ຳແກ່ງຖ້ວມ ແລະ ດິນເຊາະເຈື່ອນ, ຄະນະຊີ້ນຳປ້ອງກັນ, ຕ້ານໄພພິບັດທຳມະຊາດບັນດາແຂວງ ທ໋າຍງວຽນ, ຕວຽນກວາງ, ຮ່າຢາງ...

ຕາມສູນອຸຕຸນິຍົມອຸທົກກະສາດສູນກາງແລ້ວ, ຍ້ອນສະພາບການຝົນຕົກໜັກ, ນ້ຳແກ່ງຈາກຍານເໜືອແມ່ນ້ຳພວມເພີ່ມຂຶ້ນຢ່າງວ່ອງໄວ ອາດຈະເກີດໄພດິນເຊາະເຈື່ອນ ແລະ ນ້ຳແກ່ງຖ້ວມຢູ່ຕາມຫ້ວຍນ້ຳ, ແມ່ນ້ຳຢູ່ບັນດາແຂວງເຂດພູດອຍທາງພາກເໜືອ.

        ຍ້ອນຜົນສະທ້ອນຂອງສະພາບອາກາດຝົນຕົກໜັກຢູ່ທາງທິດເໜືອ, ດັ່ງນັ້ນມີສະຖານທີ່ບາງແຫ່ງຂອງພາກເໜືອຄື: ແຂວງ ທ໋າຍງວຽນ, ຮ່າຢາງ, ບັກຢາງ, ນັບແຕ່ຄ່ຳຄືນວັນທີ 14 ກໍລະກົດ ເກີດມີຝົນຕົກໜັກດ້ວຍປະລິມານນ້ຳຝົນປະມານ 30 – 70 mm.

        ເພື່ອຮັບມືກັບສະພາບອາກາດຮ້າຍແຮງ, ມີໄພເກີດນ້ຳແກ່ງຖ້ວມ ແລະ ດິນເຊາະເຈື່ອນ, ຄະນະຊີ້ນຳປ້ອງກັນ, ຕ້ານໄພພິບັດທຳມະຊາດບັນດາແຂວງ ທ໋າຍງວຽນ, ຕວຽນກວາງ, ຮ່າຢາງ ໄດ້ເປັນເຈົ້າການໃນການໂຄສະນາໃຫ້ບັນດາທ້ອງຖິ່ນ, ກ່າວເຕືອນໃຫ້ປະຊາຊົນບໍ່ໄປມາໃນບັນດາເຂດອັນຕະລາຍ, ຫຼີກລ້ຽງຜົນເສຍຫາຍອາດຈະເກີດຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ