ບັນດາແຂວງພາກເໜືອຕັ້ງໜ້າແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸນຳ້ຖ້ວມ

ບັນດາແຂວງພາກເໜືອຕັ້ງໜ້າແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸນຳ້ຖ້ວມ - ảnh 1
(ພາບປະກອບ)

(vovworld) - ​ແຂວງ​ກວາງ​ນິງ ພວມ​ສືບ​ຕໍ່​ຊີ້​ນຳ​ບັນດາ​ຂະ​ແໜງ, ທ້ອງ​ຖີ່​ນຮັບປະກັນ​ຊີວິດການ​ເປັນ​ຢູ່​ໃຫ້​ແກ່​ປະຊາຊົນເຂດ​ປະສົບ​ກັບ​ຄວາມ​ເສຍ​ຫາຍ​ຈາກ​ຝົນຕົກ​ນຳ້​ແກ່ງເປັນ​ປົກກະຕິ​ໃນ​ຕໍ່ໜ້າ ກໍ່​ຄື​ໃນ​ໄລຍະ​ຍາວ​. ມາ​ຮອດ​ປະຈຸ​ບັນ, ຄວາມ​ເສຍ​ຫາຍ​ທັງ​ໝົດ​ໂດຍ​ຝົນຕົກ​ນຳ້​ແກ່ງ​ກໍ່​ຂຶ້ນ​ໃນ​ບໍລິ​ເວນ​ແຂງ​ກວາງ​ນິງ ​ຄາດ​ຄະ​ເນ​ວ່າແມ່ນ​ປະມານ 2.200 ຕຶ້ດົ່ງ.

​ໃນ​ຂະນະ​ນັ້ນ, ຄະນະ​ຊີ້​ນຳ​ປ້ອງ​ກັນ, ຕ້ານ​ພາຍຸ, ຫຼຸດຜ່ອນ​ໄພ​ທຳມະ​ຊາດ ​ແລະ ກູ້​ໄພ​ກູ້​ຊີບ​ນະຄອນ ດ້ຽນບຽນ​ຝູ ​ໄດ້​ລົງ​ກວດກາ​ສະພາບ​ການ​ຢູ່​ບັນດາ​ເຂດ​ຈຸດ​ສຸມ ​ແລະ ຊີ້​ນຳ​ບັນດາ​ທ້ອງ​ຖີ່​ນຜັນ​ຂະຫຍາຍ​ແບບ​ວິທີ​ປ້ອງ​ກັນ, ຕ້ານ ​ແລະ ຊ່ວຍ​ບັນດາ​ຄອບຄົວ​ຖືກ​ນຳ້​ຖ້ວມ​​ແກ້​ໄຂ​ຜົນ​ຮ້າຍ. ທ່ານ ຫງວຽນ​ດຶກ​ດ້ວຽນ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ດ້ຽນບຽນ​ຝູ, ​ໃຫ້​ຮູ້​ວ່າ:

“ສຳລັບ​ວຽກ​ງານ​ແກ້​ໄຂ​ຜົນ​ຮ້າຍ​ໃນ​ສະ​ເພາະໜ້າ ​ແມ່ນ​ໃຊ້​ເງິນ​ຈາກ​ກອງ​ທຶນ​ຮັບ​ມື​ກັບພາຍຸ​ນຳ້​ຖ້ວມ​ເພື່ອ​ໜູນ​ຊ່ວຍ​ພໍ່​ແມ່​ປະຊາຊົນ​ຜູ້​ຖືກ​ເສຍ​ຫາຍດ້ານຊັບ​ສົມບັດຈາກ​ພາຍຸ​ນຳ້​ຖ້ວມ. ​ໂຊກ​ດີ​ແມ່ນ​ບໍ່​ມີ​ຄວາມ​ເສຍ​ຫາຍ​ດ້ານ​ຊີວິດ​ອີນຊີ. ຮັບປະກັນ​ອະນາ​ໄມ​ສິ່ງ​ແວດ​ລ້ອມ ​ແລະ ຮັບປະກັນ​ລະບົບ​ລະບາຍ​ນຳ້​ເພື່ອ​ຫຼີກ​ເວັ້ນບໍ່​ໃຫ້ນຳ້​ຖ້ວມ“.

ຢູ່​ແຂວງ ​ເຊີນ​ລາ, ບັນດາ​ກຳລັງ​ກູ້​ໄພ​ກູ້​ຊີບ ​ໄດ້​ຮັບປະກັນ​ທາງ​ຄົມມະນາຄົມຢູ່​ເຂດ​ກີ່ວ​ ຈ່ຽງດົງ, ​ເມືອງ ອຽນ​ເຈົາ​ ທະລຸ​ລ່ວງ. ຄະນະ​ຊີ້​ນຳ​ປ້ອງ​ກັນ, ຕ້ານ​ພາຍຸ​ນຳ້​ຖ້ວມ - ຊອກ​ຫາ​ກູ້​ໄພ​ກູ້​ຊີບ ບັນດາ​ແຂວງ​ໄຕ​ບັກ (ທາງ​ທິດຕາ​ເວັນ​ຕົກ​ສ່ຽງ​ເໜືອ) ສືບ​ຕໍ່​ຊ່ວຍ​ບັນດາ​ຄອບຄົວ​ໃນ​ເຂດ​ອັນຕະລາຍ​ເຄື່ອນ​ຍ້າຍ​ໄປ​ຍັງ​ເຂດ​ປອດ​ໄພ.

ຂ່າວ/ບົດ​ອື່ນ