ບຸນປີໃໝ່ ກໍາປູເຈຍ - ລາວ - ມຽນມາ - ໄທ ປີ 2019

(VOVWORLD) - ເລື່ອງຈັດຕັ້ງບຸນປີໃໝ່ ແມ່ນໂອກາດເພື່ອໃຫ້ປະຊາຊົນບັນດາປະເທດ ກໍາປູເຈຍ, ລາວ, ມຽນມາ, ໄທ ແລະ ຫວຽດນາມ ສະແດງອາລົມຈິດ, ຄວາມສາມັກຄີ ແລະ ເປັນເອກະພາບ.

  ຕອນເຊົ້າວັນທີ 11 ເມສາ,ຢູ່ວັດ ໂຝມິນ, ເມືອງກໍເວິບ, ນະຄອນໂຮ່ຈີມິນຂອງຫວຽດນາມ, ສະຫະພັນບັນດາອົງການມິດຕະພາບນະຄອນໂຮ່ຈີມິນ (HUFO) ໄດ້ສົມທົບກັບ ຄະນະພຸດທະສາສະໜາສາກົນ ແລະ ສະມາຄົມພຸດທະສາສະໜາ ຫວຽດນາມ ຢູ່ ນະຄອນໂຮ່ຈີມິນ ໄດ້ ຈັດຕັ້ງບຸນປີໃໝ່ ກໍາປະເຈຍ, ລາວ, ມຽນມາ, ໄທ ປີ 2019.

ບຸນປີໃໝ່ ກໍາປູເຈຍ - ລາວ - ມຽນມາ - ໄທ ປີ 2019 - ảnh 1ລາຍການສະແດງສິລະປະຮ້ອງລໍາທໍາເພງທີ່ວັນບຸນ (ພາບ: TTXVN)

        ຕາງໜ້າສະຖານກົງສູນບັນດາປະເທດ ກໍາປູເຈຍ, ລາວ, ໄທ, ທ່ານ Luon Bunvadh, ໝູ່ພະນັກງານສະຖານກົງສູນ ກໍາປູເຈຍ ປະຈໍານະຄອນໂຮ່ຈີມິນ ໄດ້ສະແດງຄວາມປະຕິຊົມຊີື່ນ ແລະ ຖືວ່າ ເລື່ອງຈັດຕັ້ງບຸນປີໃໝ່ ແມ່ນໂອກາດເພື່ອໃຫ້ປະຊາຊົນບັນດາປະເທດ ກໍາປູເຈຍ, ລາວ, ມຽນມາ, ໄທ ແລະ ຫວຽດນາມ ສະແດງອາລົມຈິດ, ຄວາມສາມັກຄີ ແລະ ເປັນເອກະພາບ.

        ທີ່ວັນບຸນ, ບັນດາຜູ້ແທນໄດ້ປະຕິບັດພິທີສົງພະ ເພື່ອ ພາວະນາຂໍຄວາມສະຫງົບສຸກໃນປີໃໝ່ ແລະ ຮັບຊົມບັນດາລາຍການຮ້ອງລໍາທໍາເພງຂອງບັນດາປະເທດດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ