ບຸນປີໃໝ່ຂອງກຳປູເຈຍ-ລາວ-ມຽນມາ-ໄທ

ບຸນປີໃໝ່ຂອງກຳປູເຈຍ-ລາວ-ມຽນມາ-ໄທ - ảnh 1
ພາບປະກອບ

(vovworld) – ວັນ​ທີ 13/4, ສະຫະພັນ​ບັນດາ​ອົງການ​ມິດ​ຕະພາບ, ຫໍ​ວັດທະນະທຳຊາວ​ໜຸ່ມ, ຄະນະ​ບໍລິຫານ​ງານ​ສະມາ​ຄົມ​ພຸດ​ທະ​ສາສະໜານະຄອນ ​ໂຮ່ຈີ​ມິນ ພ້ອມ​ກັບ​ບັນດາ​ສະມາຄົມ​ມິດຕະພາບ ຫວຽດນາມ - ກຳປູ​ເຈຍ, ຫວຽດນາມ - ລາວ, ຫວຽດນາມ - ​ໄທ, ຫວຽດນາມ - ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ​້ນະຄອນ ​ໂຮ່ຈີ​ມິນ ​ໄດ້​ຈັດ​ຕັ້ງ​ບຸນປີ​ໃໝ່ ກຳປູ​ເຈຍ - ລາວ​ - ມຽນມາ - ​ໄທ​ປີ 2016. ທ່ານ ​ເລກ​ວກຮື​ງ, ປະທານ​ສະຫະພັນ​ບັນດາ​ອົງການ​ມິດ​ຕະພາບ​ນະຄອນ ​ໂຮ່ຈີ​ມິນ ​ໄດ້ ສົ່ງ​ຄຳ​ອວຍພອນອັນ​ດີງາມ​ເຖິງ​ເພື່ອນ​ມິດ ກຳປູ​ເຈຍ - ລາວ​ - ມຽນມາ - ​ໄທ​, ງານ​ບຸນ​ໄດ້​ຮັບ​ການຈັດ​ຕັ້ງ​​ເປັນປະຈຳ​ປີ​ເພື່ອ​ແນ​ໃສ່​ຊຸກຍູ້​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ ຫວຽດນາມ ກັບ​ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ, ​ເພີ່ມ​ທະວີ​ການ​ພົວພັນ​ແລກປ່ຽນ​ວັດທະນະທຳ, ການ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ ຫວຽດນາມ ​ເວົ້າ​ລວມ ​ແລະ ນະຄອນ ​ໂຮ່ຈີ​ມິນ ​ເວົ້າ​ສະ​ເພາະກັບ​ບັນດາ​ເພື່ອ​ນມິດ​ທີ່​ຮັກ​ແພງ.


ຂ່າວ/ບົດ​ອື່ນ