ບັນຫາ Brexit: EU ສະແດງໃຫ້ເຫັນຢ່າງຈະແຈ້ງຫຼັກໝັ້ນບໍ່ດຳເນີນການເຈລະຈາ Brexit ຄືນໃໝ່

(VOVWORLD) -ການເລືອກຕັ້ງນາຍົກລັດຖະມົນຕີຄົນໃໝ່ຂອງອັງກິດ ຈະບໍ່ເຮັດໃຫ້ປ່ຽນແປງຂໍ້ຕົກລົງອັງກິດ ຖອນຕົວອອກຈາກສະຫະພາບເອີລົບ (EU) ຫຼື ເອີ້ນວ່າ Brexit ເຊິ່ງທ່ານນາງນາຍົກລັດຖະມົນຕີອັງກິດ Theresa May ໄດ້ເຫັນດີກັບກຸ່ມນີ້ເມື່ອເດືອນ ພະຈິກ 2018.

ໂຄສົກຂອງຄະນະກຳມະການເອີລົບ (EC) ທ່ານໜຶ່ງໄດ້ຍົກອອກຄຳຖະແຫຼງດັ່ງກ່າວ ເພື່ອແນໃສ່ຢືນຢັນຄືນໃໝ່ກ່ຽວກັບຫຼັກໝັ້ນຂອງ EU ແມ່ນຈະບໍ່ເຈລະຈາຂໍ້ຕົກລົງ Brexit ຄືນໃໝ່, ໃນສະພາບທີ່ມີຄວາມວິຕົກກັງວົນກ່ຽວກັບວິວັດທະນາການ Brexit ເມື່ອອັງກິດ ມີການນຳຄົນໃໝ່. ຄຳຖະແຫຼງດັ່ງກ່າວຖືກຍົກອອກມາ ພາຍຫຼັງທີ່ວັນທີ 08 ມິຖຸນາ, ທ່ານອະດີດລັດຖະມົນຕີການຕ່າງປະເທດອັງກິດ Boris Johnson, ຜູ້ທີ່ໄດ້ຮັບຖືວ່າມີຄວາມສາມາດຫຼາຍຢ່າງທີ່ຈະກາຍເປັນຜູ້ສືບທອດທ່ານນາງ Theresa May, ຖະແຫຼງວ່າຈະປະຕິເສດການຊຳລະຄ່າ “ຖອນຕົວອອກຈາກ” ສະຫະພາບເອີລົບທີ່ (EU) ຈົນຮອດເວລາ EU ເຫັນດີຕໍ່ບັນດາມາດຕາທີ່ດີກວ່າ ເພື່ອນຳປະເທດອັງກິດ ຖອນຕົວອອກຈາກ EU.

        ແລະກໍ່ໃນວັນດຽວກັນ, ທ່ານ Michael Roth, ລັດຖະມົນຕີຜູ້ຮັບຜິດຊອບບັນດາບັນຫາເອີລົບ ຂອງເຢຍລະມັນ ຢືນຢັນວ່າ, EU ແລະ ບັນດາປະເທດສະມາຊິກ ຈະບໍ່ເຈລະຈາຂໍ້ຕົກລົງ Brexit ຄືນໃໝ່ ໂດຍບໍ່ຫົວຊານາຍົກລັດຖະມົນຕີອັງກິດ ຄົນໃໝ່ຈະແມ່ນໃຜກໍ່ຕາມ.

ຕອບກັບ

ຂ່າວ/ບົດ​ອື່ນ