ບັນຫາ Brexit: ນາຍົກລັດຖະມົນຕີ ອັງກິດ ບໍ່ ຍອມຮັບຂໍ້ຕົກລົງທີ່ບໍ່ດີ

(VOVWORLD) -ວັນທີ 25 ກັນຍາ ເມື່ອກ່າວຄໍາເຫັນຕໍ່ນັກຂ່າວໃນຂະນະທີ່ຂີ່່ຍົນໄປ ນິວຢອກ ເຂົ້າຮ່ວມກອງປະຊຸມ ສະມັດຊາໃຫຍ່ສະຫະປະຊາຊາດ, ທ່ານນາງ Theresa May ນາຍົກລັດຖະມົນຕີ ອັງກິດ ຢັ້ງຢືນວ່າ  ບໍ່ບັນລຸໄດ້ຂໍ້ຕົກລົງ Brexit ຍັງດີກວ່າ ໄປເຫັນດີນໍາຂໍ້ຕົກລົງເສລີການຄ້າ ຕາມຮູບແບບສະຫະພາບເອີຣົບ (ອີຢູ) ທີ່ລົງນາມກັບ ການາດາ. 

ບັນຫາ Brexit: ນາຍົກລັດຖະມົນຕີ ອັງກິດ ບໍ່ ຍອມຮັບຂໍ້ຕົກລົງທີ່ບໍ່ດີ  - ảnh 1ທ່ານນາງ Theresa May ນາຍົກລັດຖະມົນຕີ ອັງກິດ (ພາບ: TTXVN)

ຕາມທ່ານນາງ Theresa May ແລ້ວ, ຂໍ້ຕົກລົງການຄ້າຮູບແບບນີ້ ໄດ້ນາບຂູ່ເຖິງຄວາມເປັນເອກະພາບ ແລະ ລັດຖະທໍາມະນູນຂອງ ລາຊະອານາຈັກອັງກິດ.

        ລັດຖະມົນຕີບາງທ່ານ ແລະ ສະມາຊິກສະພາແຫ່ງຊາດ ຂອງພັກນິຍົມຮັກສາເດີມ ສະເໜີທ່ານນາງນາຍົກລັດຖະມົນຕີ Theresa May ຄວນພິຈາລະນາຮູບແບບຂອງຂໍ້ຕົກລົງເສລີການຄ້າ ເຊິ່ງ ອີຢູ ໄດ້ລົງນາມກັບ ການາດາ. ເຖິງຢ່າງໃດກໍຕາມ, ບຸກຄົນທີ່ຄັດຄ້ານ ຖືວ່າ ຂໍ້ສະເໜີດັ່ງກ່າວຂອງ ອີຢູ ແມ່ນບໍ່ອາດຍອມຮັບໄດ້ ເພາະວ່າ ອີຢູ່ ພຽງແຕ່ສະເໜີນໍາໃຊ້ຮູບແບບດັ່ງກ່າວຢູ່ເຂດດິນແດນຂອງອັງກິດເທົ່ານັ້ນ, ສ່ວນຢູ່ເຂດເກາະ ອາຍແລນເໜືອ ຍັງຄົງໄດ້ຮັກສາ ຄືກັບພາກສ່ວນອານາເຂດພາສີອາກອນຕ່າງຫາກຂອງ ອີຢູ.

        ຕາມແຜນການແລ້ວ, ອັງກິດ ຈະ ຖອນຕົວອອກຈາກ ອີຢູ ໃນວັນທີ 29 ມີນາ 2019. ເຖິງຢ່າງໃດກໍຕາມ, ມາຮອດປັດຈຸບັນ, ອັງກິດ ແລະ ອີຢູ ຍັງບໍ່ທັນບັນລຸໄດ້ບໍ່ວ່າຂໍ້ຕົກລົງໃດ ຍ້ອນ ມີທັດສະນະບໍ່ລົງລອຍກັນ.  ໃນຂະນະນັ້ນ, ຢູ່່ພາຍໃນພັກກໍາອໍານາດ ຖືກແບ່ງແຍກກ່ຽວກັບແຜນການ Brexit.


ຕອບກັບ

ຂ່າວ/ບົດ​ອື່ນ