ບັນຫາ Brexit: ປະຊາຊົນ ອັງກິດ ບໍ່ຢາກຖອນອອກຈາກ ອີຢູ

(VOVWORLD) -   ຕາມໝາກຜົນຂອງການສຳຫຼວດໂດຍ BMG ປະຕິບັດແຕ່ວັນທີ 5 – 8 ທັນວາ, ດ້ວຍການເຂົ້າຮ່ວມຂອງ 1.400 ຄົນ, ຈຳນວນຊາວ ອັງກິດ ຢາກເປັນສະມາຊິກ ອີຢູ ຄືເກົ່າກວມເຖິງ 51%

ກ່ອນຈຸດເວລາບັນດາການເຈລະຈາກ່ຽວກັບວິວັດທະນາການ ອັງກິດ ຖອນອອກຈາກ ສະຫະພາບ ເອີລົບ (ອີຢູ) ຫຼືເອີ້ນວ່າ Brexit ກ້າວເຂົ້າສູ່ໄລຍະ 2, ໝາກຜົນຂອງການຢັ່ງຫາງສຽງຫວ່າງແລ້ວນີ້ຂອງ BMG ໄດ້ຊີ້ໃຫ້ເຫັນວ່າໝາກຜົນຂອງການຢັ່ງຫາງສຽງ ກ່ຽວກັບ Brexit ທີ່ຈັດຕັ້ງໃນເດືອນມິຖຸນາ ປີ 2016 ນັ້ນມີການຕ່າວປິ້ນ. ນັ້ນແມ່ນອັດຕາຜູ້ສະໜັບສະໜູນ ອັງກິດ ເປັນສະມາຊິກ ອີຢູ ກວມອັດຕາສ່ວນຫຼາຍກ່ວາ.

        ຕາມໝາກຜົນຂອງການສຳຫຼວດໂດຍ BMG ປະຕິບັດແຕ່ວັນທີ 5 – 8 ທັນວາ, ດ້ວຍການເຂົ້າຮ່ວມຂອງ 1.400 ຄົນ, ຈຳນວນຊາວ ອັງກິດ ຢາກເປັນສະມາຊິກ ອີຢູ ຄືເກົ່າກວມເຖິງ 51%, ໃນຂະນະທີ່ຄວາມເຫັນກົງກັນຂ້າມແມ່ນ 41%. ນັກໄຈ້ແຍກການເລືອກຕັ້ງ Mike Smithson, ອະດີດນັກການເມືອງຂຶ້ນກັບພັກປະຊາທິປະໄຕເສລີ, ຖືວ່ານີ້ແມ່ນການຢັ່ງຫາງສຽງໃຫ້ໝາກຜົນ “ຢູ່ຄືເກົ່າ”  ຫຼາຍທີ່ສຸດນັບແຕ່ພາຍຫຼັງການລົງປະຊາມະຕິ.

ຕອບກັບ

ຂ່າວ/ບົດ​ອື່ນ