ບັນຫາ Brexit: ສະພາຕໍ່າອັງກິດ ປະຕິເສດ 4 ຂໍ້ສະເໜີທີ່ໄດ້ເລືອກເຟັ້ນເພື່ອປ່ຽນແທນຂໍ້ຕົກລົງ Brexit

(VOVWORLD) -ຂໍ້ສະເໜີທັງ  4 ຂໍ້ ທີ່ໄດ້ເລືອກເຟັ້ນເພື່ອປ່ຽນແທນຂໍ້ຕົກລົງ Brexit ຂອງ ລັດຖະບານອັງກິດ ໄດ້ຍົກອອກມາເພື່ອປ່ອນບັດຢູ່ສະພາຕໍ່າໃນຕອນຄໍ່າວັນທີ 1 ເມສາ ລ້ວນແຕ່ບໍ່ບັນລຸໄດ້ຈໍານວນບັດເຫັນດີກາຍເຄິ່ງ. 

ຂໍ້ສະເໜີທັງ  4 ຂໍ້ ທີ່ໄດ້ເລືອກເຟັ້ນເພື່ອປ່ຽນແທນຂໍ້ຕົກລົງ Brexit ຂອງ ລັດຖະບານອັງກິດ ໄດ້ຍົກອອກມາເພື່ອປ່ອນບັດຢູ່ສະພາຕໍ່າໃນຕອນຄໍ່າວັນທີ 1 ເມສາ ລ້ວນແຕ່ບໍ່ບັນລຸໄດ້ຈໍານວນບັດເຫັນດີກາຍເຄິ່ງ. ບັນດາສະມາຊິກສະພາຕໍ່າອັງກິດ ບໍ່ສາມາດຊອກໄດ້ມາດຕະການໃດໆເພື່ອປ່ຽນແທນໃຫ້ຂໍ້ຕົກລົງ Brexit ຂອງ ລັດຖະບານ ອັງກິດ. ບັນດາຂໍ້ສະເໜີທີ່ໄດ້ຍົກອອກມາປຶກສາຫາລື ແລະ ປ່ອນບັດເລືອກຕັ້ງໃນຕອນຄໍ່າວັນທີ 1 ເມສາ ໂດຍທ່ານ John Bercow ປະທານສະພາຕໍ່າເລືອກເຟັ້ນນັ້ນ ລວມມີ: ອັງກິດຢູ່ໃນພັນທະມິດພາສີີອາກອນ; ການພົວພັນລະຫວ່າງອັງກິດ - ອີຢູ ພາຍຫຼັງ Brexit ແມ່ນການພົວພັນຕາມຮູບແບບ ນອກແວ - ອີຢູ ໃນປັດຈຸບັນ (ອັງກິດຖອນຕົວອອກຈາກອີຢູ ແຕ່ຍັງຄົງຮັກສາການແລກປ່ຽນການຄ້າເສລີ ແລະ ປະກອບເຂົ້າໃນງົບປະມານຂອງອີຢູ); ຂໍ້ສະເໜີລົງປະຊາມະຕິ ແລະ ຂໍ້ສະເໜີອະນຸຍາດໃຫ້ສະພາແຫ່ງຊາດມີສິດສະກັດກັ້ນ Brexit ໂດຍບໍ່່ມີຂໍ້ຕົກລົງ.

        ກ່າວຄໍາເຫັນພາຍຫຼັງປະກາດຜົນການປ່ອນບັດ, ທ່ານ Stephen Barclay ລັດຖະມົນຕີຜູ້ຮັບຜິດຊອບກ່ຽວກັບບັນຫາ Brexit ໃຫ້ຮູ້ວ່າ “ການເລືອກເຟັ້ນໜຶ່ງດຽວ” ທີ່ຍັງເຫຼືອໃນປັດຈຸບັນ ແມ່ນ ຊອກຫາວິທີເພື່ອໃຫ້ປະເທດ ອັງກິດຖອນຕົວອອກຈາກ ອີຢູ ໂດຍມີຂໍ້ຕົກລົງ.


ຕອບກັບ

ຂ່າວ/ບົດ​ອື່ນ