ບັນຫາ Brexit: ອັງກິດຂໍເລື່ອນກຳນົດເວລາຖອນຕົວອອກຈາກ EU

(VOVWORLD) -ວັນທີ 19 ມີນາ, ສື່ມວນຊົນອັງກິດ ໃຫ້ຂ່າວວ່າ, ວັນທີ 20 ຫຼື 21 ມີນາ, ທ່ານນາງນາຍົກລັດຖະມົນຕີອັງກິດ Theresa May ຈະສົ່ງຈົດໝາຍຢ່າງເປັນທາງການສະເໜີໃຫ້ສະຫະພາບເອີລົບ (EU) ເຫັນດີຕໍ່ເລື່ອງ ອັງກິດ ຂໍເລື່ອນກຳນົດເວລາຖອນຕົວອອກຈາກກຸ່ມນີ້ຈົນວັນທີ 30 ມີຖຸນາ ຫຼື ດົນກວ່ານັ້ນອີກ.

ຈຸດເວລາທີ່ອັງກິດ ຂໍຕໍ່ກຳນົດເວລາ Brexit ແມ່ນດົນປານໃດກໍ່ຍັງບໍ່ທັນໄດ້ຮັບການຕັດສິນເທື່ອ. ຕາມແຜນການແລ້ວ, ທ່ານນາງນາຍົກລັດຖະມົນຕີ May ຈະໄປບຣຸກແຊນ ໃນວັນທີ 21 ມີນາ ເພື່ອປຶກສາຫາລືກັບບັນດາການນຳ EU ກ່ຽວກັບບັນດາວິທີການຂໍເລື່ອນກຳນົດເວລາຖອນຕົວອອກຈາກ Brexit ຂອງອັງກິດ.

        ທີ່ກອງປະຊຸມລັດຖະບານໃນວັນດຽວກັນ, ບັນດາລັດຖະມົນຕີອັງກິດ ໄດ້ມີຄຳເຫັນບໍ່ລົງລອຍກັນກ່ຽວຂ້ອງເຖິງບັນຫາຂໍຕໍ່ກຳນົດເວລາກັບ EU, ຫຼື ຮອດວັນທີ 30 ມີຖຸນາ ຫຼື ແກ່ຍາວເປັນເວລາ 1 ປີ ແລະ ຫຼາຍກວ່ານັ້ນອີກ ຖ້າຫາກສະພາຕ່ຳອັງກິດ ສືບຕໍ່ປ່ອນບັດປະຕິເສດຂໍ້ຕົກລົງ Brexit ຂອງທ່ານນາງນາຍົກລັດຖະມົນຕີອັງກິດ. ໃນຂະນະນັ້ນ, ໃນວັນດຽວກັນ ຫົວໜ້າຄະນະເຈລະຈາ Brexit ຂອງ EU ທ່ານ Michel Barnier ຖະແຫຼງວ່າ, EU ຈະບໍ່ເຫັນດີຕໍ່ເລື່ອງ ອັງກິດ ຂໍເລື່ອນກຳນົດເວລາ, ຖ້າຫາກອັງກິດ ບໍ່ມີແຜນການລະອຽດວ່າຈະເຮັດຫຍັງແດ່ໃນຈຸດເວລາຂໍເລື່ອນກຳນົດເວລາຂອງການ Brexit.

        ຕາມຂໍ້ກຳນົດແລ້ວ, ອັງກິດ ຈະຖອນຕົວອອກຈາກ EU ໃນເວລາພຽງ 10 ວັນຕື່ມອີກ, ເຖິງວ່າມີ ຫຼື ບໍ່ມີຂໍ້ຕົກລົງກັບ EU ກໍ່ຕາມ.

ຕອບກັບ

ຂ່າວ/ບົດ​ອື່ນ