ບັນຫາ Brexit: ອີຢູ ໃກ້ຈະໝົດຄວາມມານະອົດທົນ

(VOVWORLD) - ດ້ວຍບັດເຫັນດີ 286 ບັດ ແລະ ບັດຄ້ານ 344 ບັດ, ສະພາຕ່ຳ ອັງກິດ ໄດ້ປະຕິເສດຂໍ້ຕົກລົງ Brexit ເປັນຄັ້ງທີ 3 

ວັນທີ 31 ມີນາ, ທ່ານປະທານຄະນະກຳມະການ ເອີຣົບ (EC) Jean Claude Juncker ໃຫ້ຮູ້ວ່າ: ສະຫະພາບ ເອີຣົບ (ອີຢູ) ມີຄວາມມານະອົດທົນຕໍ່ ອັງກິດ ກ່ຽວກັບເລື່ອງ ອັງກິດ ຖອນຕົວອອກຈາກສະຫະພາບ ເອີຣົບ (ຫຼືເອີ້ນວ່າ Brexit), ແຕ່ຄວາມມານະອົດທົນນີ້ ໃກ້ຈະໝົດແລ້ວ.

ບັນຫາ Brexit: ອີຢູ ໃກ້ຈະໝົດຄວາມມານະອົດທົນ - ảnh 1 ທ່ານປະທານຄະນະກຳມະການ ເອີຣົບ (EC) Jean Claude Juncker (ພາບ: AFP/TTXVN)

        ທ່ານ Jean Claude Juncker ໃຫ້ຮູ້ວ່າ: ທ່ານປາດຖະໜາຢາກໃຫ້ ອັງກິດ ອາດຈະບັນລຸໄດ້ຂໍ້ຕົກລົງໃນຊຸມວັນຈະມາເຖິງ ຊຶ່ງເປັນພື້ນຖານໃຫ້ແກ່ເລື່ອງຖອນຕົວອອກຈາກສະຫະພາບ ເອີຣົບ (ອີຢູ).

        ກ່ອນໜ້ານັ້ນ, ວັນທີ 29 ມີນາ, ດ້ວຍບັດເຫັນດີ 286 ບັດ ແລະ ບັດຄ້ານ 344 ບັດ, ສະພາຕ່ຳ ອັງກິດ ໄດ້ປະຕິເສດຂໍ້ຕົກລົງ Brexit ເປັນຄັ້ງທີ 3 ຊຶ່ງທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa may ໄດ້ເຫັນດີເປັນເອກະພາບກັບບັນດາການນຳ ອີຢູ ໃນປີ 2018.

ຕອບກັບ

ຂ່າວ/ບົດ​ອື່ນ