ບັນຫາການປ່ຽນແປງຂອງດິນຟ້າອາກາດ:ກ່າວເຕືອນສະພາບການລະບົບປາກະລັງຖືກທຳລາຍ

ບັນຫາການປ່ຽນແປງຂອງດິນຟ້າອາກາດ:ກ່າວເຕືອນສະພາບການລະບົບປາກະລັງຖືກທຳລາຍ - ảnh 1
ພາບປະກອບ

(vovworld) – ບັນດາ​ນັກວິທະຍາສາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ ສປຊ (UNEA) ຢູ່​ນະຄ​ອນຫຼວງ Nairobi ຂອງ​ປະ​ເທດ Kenya ​ໃນ​ວັນ​ທີ 24/5, ​ໄດ້​ສະ​ແດງ​ຄວາມ​ເປັນ​ຫວ່າງ​ກັງວົນ​ຢ່າງ​ສູງຕໍ່ສະພາບ​ລະບົບ​ປາ​ກະ​ລັງ, ທີ່​ເຄີຍ​ມີ​ບົດບາດ​ສຳຄັນ​ໃນ​ການ​ຮັບປະກັນ​ການ​ຄົງ​ຕົວຂອງບັນດາ​ສິ່ງ​ມີຊີວິດ​ຢູ່​ທະ​ເລ, ຖືກ​ທຳລາຍ​ຍ້ອນ​ນຳ້​ທະ​ເລ​ອຸ່ນ​ຂຶ້ນ ​ແລະ ປະກົດ​ການ El Nino. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ສື່ມວນ​ຊົນ, ທ່ານ Ruth Gates, ຜູ້ອຳນວຍການ​ສະ​ຖາ​ບັນ​ຊີວະ​ວິທະຍາ​ຂຶ້ນ​ກັບ​ມະຫາວິທະຍາ​ໄລ Hawaii, ​ໃຫ້​ຮູ້​ວ່າ: ​ລະບົບ​ປາ​ກະ​ລັງ​ເກືອບ​ທັງ​ຫມົດ​ໃນ​ໂລກ, ​ເປັນ​ຕົ້ນ​ແມ່ນຢູ່ ອິນ​ເດຍ, Maldives, Sri Lanka ​ແລະ ​ເກາະ Lakshadweep (ປະ​ເທດ​ອິນ​ເດຍ) ປະຈຸ​ບັນ​ມີ​ປະກົດ​ການ​​ປ່ຽນ​​​ເປັນ​ສີຂາວ​ພວມ​ເພີ່ມ​ຂຶ້ນ​ກວມ​ອັດຕາຢ່າງ​ໜ້ອຍ​ສຸດ​ແມ່ນ 93%, ນີ້​ແມ່ນ​ປະຕິກິລິຍາ​ສຳລັບ​ສະພາບ​ການ​ນຳ້​ທະ​ເລ​ອຸ່ນ​ຂຶ້ນ​ກ່ຽວຂ້ອງ​ເຖິງ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ທົ່ວ​ໂລກ. ປະກົດ​ການ El Nino ກໍ່​ໄດ້​ນາບ​ຂູ່ຊີວິດ​ຂອງລະບົບ​ປາ​ກະ​ລັງ. ປາ​ກະ​ລັງຈຳນວນ 80% ຖືກ​ຕາຍ ​ແລະ 70% ຖືກ​ປ່ຽນ​ເປັນ​ສີຂາວ. ຖ້າ​ຫາກ​ສະພາບ​ປາ​ກະ​ລັງ​ຖືກ​ທຳລາຍ​ຍັງ​ຄົງ​ເກີດ​ຂຶ້ນ, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຢູ່​ບັນດາ​ເຂດ​ແຄມ​ທະ​ເລ​ຢູ່​ກ່ວາ 100 ປະ​ເທດ​​ທີ່​ເອື້ອຍ​ອີງທະ​ເລ​ເພື່ອ​ທຳ​ມາ​ຫາ​ກິ​ນ​ກໍ່​ຈະຖືກ​ຜົນ​ສະທ້ອນ​ຢ່າງ​ໜັກໜ່ວງ.

 


ຂ່າວ/ບົດ​ອື່ນ