ບັນຫາຊາວອົບພະຍົບ: ອີຢູ ບໍ່ຮັບຮອງເອົາຖະແຫຼງການຮ່ວມທີ່ກອງປະຊຸມສຸດຍອດວົງແຄບ

(VOVWORLD) - ວັນທີ 24 ມິຖຸນາ, ກອງປະຊຸມສຸດຍອດວົງແຄບຂອງສະຫະພາບ ເອີຣົບ (ອີຢູ) ຢູ່ ບຣຸກແຊນ (ປະເທດ ແບນຊິກ) ບໍ່ຮັບຮອງເອົາຖະແຫຼງການຮ່ວມກ່ຽວກັບບັນຫາຊາວອົບພະຍົບໃນສະພາບການທີ່ຄວາມບໍ່ລົງລອຍກັນຫລາຍຢ່າງຍັງຄົງຄ້າງຢູ່,
ບັນຫາຊາວອົບພະຍົບ: ອີຢູ ບໍ່ຮັບຮອງເອົາຖະແຫຼງການຮ່ວມທີ່ກອງປະຊຸມສຸດຍອດວົງແຄບ - ảnh 1 ທ່ານປະທານາທິບໍດີ ຝະຣັ່ງ Emmnanuel Macron (ພາບ: AFP/TTXVN)

ແຕ່ການນຳຫລາຍທ່ານຂອງ 16 ປະເທດສະມາຊິກ ອີຢູ ໄດ້ສະແດງຄວາມເພິ່ງພໍໃຈກ່ຽວກັບບັນດາການແລກປ່ຽນລະຫວ່າງຝ່າຍຕ່າງໆ.

        ກ່າວຄຳເຫັນພາຍຫລັງກອງປະຊຸມ, ທ່ານນາຍົກລັດຖະມົນຕີ ແອັດສະປາຍ Pedro Sanchez ປະກາດວ່າ: 16 ປະເທດເຂົ້າຮ່ວມກອງປະຊຸມບໍ່ຮັບຮອງເອົາຖະແຫຼງການຮ່ວມ, ໃນຂະນະນັ້ນ ຄູ່ຕຳແໜ່ງ ອີຕາລີ Giuseppe Conte ຖະແຫຼງວ່າ: ມີຄວາມເພິ່ງພໍໃຈຢ່າງແທ້ຈິງກ່ຽວກັບກອງປະຊຸມບໍ່ເປັນທາງການນີ້. ສ່ວນທ່ານປະທານາທິບໍດີ ຝະຣັ່ງ Emmnanuel Macron ໄດ້ຊົມເຊີຍ ແລະ ຖືນີ້ແມ່ນກອງປະຊຸມທີ່ນຳມາເຊິ່ງຜົນປະໂຫຍດ, ອະນຸຍາດໃຫ້ບັນດາຝ່າຍພ້ອມກັນຊັ່ງຊາ ແລະ ປັດເຂ່ຍບັນດາມາດຕະການບໍ່ເໝາະສົມກັບຄຸນຄ່າ ເອີຣົບ. ເຖິງຢ່າງໃດກໍ່ຕາມ, ທ່ານ Emmnanuel Macron ກໍ່ຕຳໜິຕິຕຽນບາງຝ່າຍ ທີ່ພວມສວຍໃຊ້ວິກິດການຊາວອົບພະຍົບຢູ່ ເອີຣົບ ກໍ່ຄວາມເຄັ່ງຕຶງດ້ານການເມືອງ. ໃນຂະນະນັ້ນ, ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel ຖະແຫຼງວ່າ: ເຢຍລະມັນ ປາດຖະໜາຢາກລົງນາມໃນຂໍ້ຕົກລົງ 2 ຝ່າຍຫລາຍສະບັບກ່ວາອີກກັບບັນດາປະເທດທີ່ມີຊາວອົບພະຍົບ.

ຕອບກັບ

ຂ່າວ/ບົດ​ອື່ນ