ບັນຫາຊາວອົບພະຍົບ:ກຳປັ່ນຈົມນ້ຳຢູ່ນອກຝັ່ງລີບີເຮັດໃຫ້100ຄົນຖືກຫາຍສາບສູນ

ບັນຫາຊາວອົບພະຍົບ:ກຳປັ່ນຈົມນ້ຳຢູ່ນອກຝັ່ງລີບີເຮັດໃຫ້100ຄົນຖືກຫາຍສາບສູນ - ảnh 1
ຊາວ​ອົບ​ພະ​ຍົບລອດ​ຕາຍ​ໃນ​ເຫດ​ກຳ​ປັ່ນ​ຈົມ​ນ້ຳ

(vovworld)- ວັນ​ທີ 13/4, ​ທ່ານ Ayoub Qassem, ໂຄ​ສົກ​ຂອງ​ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຢູ່​ແຄມ​ທະ​ເລ ລ​ີ​ບີ ໃຫ້​ຮູ້​ວ່າ: ມີ​ຊາວ​ອົບ​ພະ​ຍົບ​ປະ​ມານ 100 ຄົນ​ຖື​ກ​ຫາຍ​ສາບ​ສູນ ເມື່ອ​ກຳ​ປັ່ນ​ຂົນ​ສົ່ງ​ເຂົາ​ເຈົ້າ​ຖືກ​ຈົມ​ນ້ຳ​ຢູ່ນອກ​ຝັ່ງ ລີ​ບີ. ຕາມ​ເຈົ້າ​ຫ​ນ້າ​ທີ່​ດັ່ງ​ກ່າວ​ແລ້ວ, ກຳ​ປັ່ນ​ນີ້​ຖືກ​ຈົມ​ນ້ຳ​ຢູ່ Gargaresh, ນອກ​ຝັ່ງ​ເຂດ​ທາງ​ທິດ​ຕາ​ເວັນ​ຕົກ​ນະ​ຄອນ​ຫລວງ Tripoli. ມີ​ພຽງ 23 ຄົນ​ໄດ້​ຮັບ​ການ​ກູ້ເອົາ​ຊີ​ວິດ, ໃນ​ຂະ​ນະ​ນັ້ນ ມີ​ປະ​ມານ 97 ຄົນ​ຖືກ​ຫາຍ​ສາບ​ສູນ, ໃນ​ນັ້ນ ມີ​ແມ່​ຍິງ ແລະ ເດັກ​ນ້ອຍ 15 ຄົນ. ​ບັນ​ດາ​ຜູ້​ລອດ​ຕາຍເລົ່າ​ໃຫ້​ຟັງ​ວ່າ, ກຳ​ປັ່ນ​ລຳ​ນີ້​ຂົນ​ສົ່ງ 120 ຄົນ. ທ່ານ Qassem ໃຫ້​ຮູ້​ວ່າ: ​ພື້ນກຳ​ປັ່ນຖືກ​ແຕກ​ແມ່ນ​ສາຍ​ເຫດ​ເຮັດ​ໃຫ້​ກຳ​ປັ່ນ​ຈົມ​ນ້ຳ. 


ຕອບກັບ

ຂ່າວ/ບົດ​ອື່ນ