ບັ້ນຮົບຢຶດຄອງນະຄອນ Mosul ຢູ່ ອີຣັກປະສົບກັບສິ່ງກີດຂວາງ

ບັ້ນຮົບຢຶດຄອງນະຄອນ Mosul ຢູ່ ອີຣັກປະສົບກັບສິ່ງກີດຂວາງ - ảnh 1
ກຳ​ລັງ​ທະ​ຫານ​ຂອງ​ຊາວ Kurd ຢູ່​ສະ​ຖານ​ທີ່​ຖືກ​ຄວບ​ຄຸມ 
(ພາບ:New York Times)

(vovworld) - ວັນ​ທີ 23/10, ກຳລັງ​ປະກອບ​ອາວຸດ​ຊາວ ​Kurd ຢູ່ ອີຣັກ, ຢືນຢັນ​ວ່າ, ​ໃນ​ບັ້ນ​ຮົບ​ດ້ານ​ການ​ທະຫານ​ເພື່ອ​ແນ​ໃສ່​ຢຶດຄອງ​ນະຄອນ Mosul ຈາກ​ບັນດາ​ມື​ປືນ​ລັດ​ອິດສະ​ລາມ IS ຄືນ​ໃໝ່. ກຸ່ມ​ບໍ່​ໄດ້​ຮັບ​ການ​ໜູນ​ຊ່ວຍ​ທາງ​ອາກາດຄື​ດັ່ງ​ບັນດາ​ຄຳ​ໝັ້ນ​ສັນຍາ​ຈາກ​ກອງ​ທະຫານ​ປະສົມ​ໂດຍ ອາ​ເມ​ລິ​ກາ​ເປັນ​ຫົວໜ້າ. ຜູ້​ບັນຊາ​ການ​ຊາວ Kurdຢູ່ ອີຣັກ, Mansour Barzani, ​ໃຫ້​ຮູ້​ວ່າ, ​ແທນ​ທີ່​ຈະ​ດຳ​ເນີນ​ພາຍຫຼັງ​ໄດ້​ຮັບ​ການ​ຮຽກຮ້ອງ, ກອງ​ທະຫານ​ປະສົມ​ພຽງ​ແຕ່​ປະຕິບັດ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​​ໃນ​ຍາມ​ຄຳ່​ຄືນ​ເທົ່າ​ນັ້ນ. ຍ້ອນ​ເຫດ​ນັ້ນ, ບັ້ນ​ຮົບ​ບຸກ​ໂຈມ​ຕີ Mosul ຈຶ່ງ​ຖືກ​ຈຳກັດ​ດ້ານ​ໃດ​ດ້ານ​ໜຶ່ງ. ຄຽງ​ຂ້າງ​ນັ້ນ, ກຳລັງ​ຊາວ Kurd ກໍ່​ບໍ່​ໄດ້​ປະກອບ​ອາວຸດ​ຢ່າງ​ຄົບ​ຖ້ວນ, ນຳ​ມາ​ເຊິ່ງຄວາມ​ເສຍ​ຫາຍ​ດ້ານ​ຈຳນວນ​ພົນທະຫານ​ເມື່ອ​ຕໍ່ສູ້​ກັບ​ບັນດາ​ມື​ປືນ IS ທີ່​ພວມ​ປ້ອງ​ກັນ​ຖານ​ທີ່​ໝັ້ນ​ຍຸດ​ທະ​ສາດ​ສຸດ​ທ້າຍ​ຂອງ IS.

ຂ່າວ/ບົດ​ອື່ນ