ບັ້ນຮົບຢູ່ຖານທີ່ໝັ້ນດ້ຽນບຽນຝູຖືກດຳເນີນເປັນ3ບັ້ນ

ບັ້ນຮົບຢູ່ຖານທີ່ໝັ້ນດ້ຽນບຽນຝູຖືກດຳເນີນເປັນ3ບັ້ນ - ảnh 1
ລຸງໂຮ່ ແລະ ພົນເອກ ຫວໍງວຽນຢາບ ປຶກສາຫາລື ກ່ຽວກັບວິທີການຕໍ່ສູ້
(ພາບອີນເຕີເນັດ)

(vovworld) – ​ບັ້ນ​ທີ 1 - ​ແຕ່​ວັນ​ທີ 13/3 ຫາ​ວັນ​ທີ 17/3/1954: ຕອນ​ບ່າຍ​ວັນ​ທີ 13/3, ​ເປີດ​ສາກ​ບັ້ນ​ຮົບ. ​ໃນ​ບັ້ນ​ຮົບທີ 1, ກອງທັບ ຫວຽດນາມ ​ໄດ້​ດັບ​ສູນ​ທີ່​ໝັ້ນ ຮິມ​ລາມ, ດົກ​ເລີບ ​ແລະ ບ້ານ​ແກ໋ວ, ມ້າງ​ທຳລາຍ​ປະຕູ​ທາງ​ພາກ​ເໜືອ​ຂອງ ກຸ່ມ​ທີ່​ໝັ້ນ​ດ້ຽນບຽນ​ຝູ, ຄຸກ​ຄາມ​ສະໜາມ​ບິນ ​ເມື່ອ​ງ​ແທງ.

        ບັ້ນ​ທີ 2 - ​ແຕ່​ວັນ​ທີ 30/3 ຮອດ​ວັນ​ທີ 30/4/1954, ກອງທັບ ຫວຽດນາມ ​ໄດ້​ບຸກ​ໂຈມ​ຕີ​ບັນດາ​ກຸ່ມ​ທີ່​ໝັ້ນ​ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ເຂດ​ໃຈກາງ ​ເພື່ອ​ຮັດ​​ແຄບ​ວົງ​​ລ້ອມ, ຄວບ​ຄຸມ​ສະໜາມ​ບິ​ນ ​ເມື່ອ​ງ​ແທງ, ສະກັດ​ກັ້ນ​ການລຳລຽງ​ຂອງ ສັດຕູ​ໃຫ້ກຸ່ມ​ທີ່​ໝັ້ນ​. ນີ້​ແມ່ນ​ບັ້ນ​ບຸກ​ໂຈມ​ຕີ​ທີ່​ແກ່​ຍາວ​ໃນ​ຫຼາຍ​ວັນ​ທີ່​ສຸດ, ດຸ​ເດືອ​ດທີ່​ສຸດ ​ແລະ ຫຍຸ້ງຍາກ​ທີ່​ສຸດ. 2 ຝ່າຍ​ໄດ້​ຍາ​ດ​ແຍ່ງ​​ດິນ​ແຕ່ລະນິ້ວ, ​ຂຸມຄອງແຕ່ລະຕອນ. ພາຍຫຼັງ​ການ​ບຸກ​ໂຈມ​ຕີ​ທີ 2, ​ເຂດ​ໃຈກາງ ດ້ຽນບຽນ​ຝູ ຕົກ​ຢູ່​ໃນ​ໄລຍະ​ຍິງຂອງ​ກອງ​ປືນ​ໃຫຍ່ ຫວຽດນາມ. ທະຫານ ຝຣັ່ງ ຖືກ​ຕົກ​ເຂົ້າ​ສູ່​ທ່າ​ຮັບ ​ແລະ ​ເສຍ​ຈິດ​ເສຍ​ໃຈ.

        ບັ້ນ​ທີ 3 - ​ແຕ່​ວັນ​ທີ 1/5 ຮອດ​ວັນ​ທີ 7/5/1954, ກອງທັບ​ ຫວຽດນາມ ​ໄດ້​ໂຈມ​ຕີ ​ແລະ ຢືດຄອງ​ບັນດາ​ທີ່​ໝັ້ນທາງ​ທິດຕາ​ເວັນ​ອອກ ​ແລະ ​​ເປີດ​ການ​ບຸກ​ໂຈມ​ຕີ​ເຂົ້າ ກຸ່ມທີ່​ໝັ້ນ​ດ້ຽນບຽນ​ຝູ. ຕອນ​ຄຳ່​ວັນ​ທີ 6/5/1954, ຢູ່ ​ໂນນ A1, ກອງທັບ ຫວຽດນາມ ​ໄດ້​ບຸກ​ໂຈມ​ຕີ ດັບ​ສູນ​ບັນດາ​ປ້ອມ​ໝັ້ນ ​ແລະ ​ໃຊ້ດິນ​ລະ​ເບີດທຳລາຍ​ບັນດາ​ຂຸມ​ຄອງ​ໃຕ້​ດິນຖາວອນ​ຂອງ​ສັດຕູ. ຮອດ​ເວລາ 17 ​ໂມງ 30 ນາທີ ວັນ​ທີ 7/5/1954, ກອງທັບ ຫວຽດນາມ ​ໄດ້​ຢືດ​ຄອງ​ຂຸມ​ບັນຊາ​​ຂອງ​ ຝຣັ່ງ, ນາຍພົນ​ Christian de Castries ພ້ອມ​ກັບ​ກອງ​​ເສນາ​ທິການ ​ແລະ ທະຫານ​ຢູ່ກຸ່ມ​ທີ່​ໝັ້ນ​ ດ້ຽນບຽນ​ຝູ ທັງ​ໝົດ​ຕ້ອງອອກ​ຍອມຈຳນົນ. ​ຄັນ​ທຸງ ​ໄຊຊະນະຂອງ​ກອງທັບ ຫວຽດນາມ ​ໄດ້ປິວ​ສະ​ບັດ​ເທິງຂຸມ​ບັນຊາ​ຂອງ​ທະຫານ ຝຣັ່ງ.

​        ເປັນ​ອັນວ່າ, ພາຍຫຼັງ 56 ວັນ ​ແລະ ຄື​ນ​ແຫ່ງ​ການ​ສູ້​ຮົບ, ກອງທັບ ​ແລະ ປະຊາຊົນ ຫວຽດນາມ ​ໄດ້​ທັບມ້າງ​ ກຸ່ມ​ທີ່​ໝັ້ນ​ ດ້ຽນບຽນ​ຝູທັງ​ໝົດ, ດັບ​ສູນ ​ແລະ ຈັບ​ຕົວ​ທະຫານ​ຝຣັ່ງ 16.200 ຄົນ, ຍິງເຮືອບິນຕົກ 62 ລຳ​, ​ຖອນ​ຄືນ​ອາວຸດ, ລູກປືນ ​ແລະ ​ເຄື່ອນ​ອະປະ​ໂພ​ກ, ​ອຸປະກອນ​​ທັງ​ໝົດຂອງ​ສັດ​ຕູ.


ຂ່າວ/ບົດ​ອື່ນ