ບໍ່ປະໃຫ້ເກີດສະພາບປະຊາຊົນຊາວເຜົ່າສ່ວນໜ້ອຍຂາດທີ່ດິນທຳການຜະລິດ

ບໍ່ປະໃຫ້ເກີດສະພາບປະຊາຊົນຊາວເຜົ່າສ່ວນໜ້ອຍຂາດທີ່ດິນທຳການຜະລິດ - ảnh 1
(​ທ່ານ​ລັດຖະມົນຕີ, ຫົວໜ້າ​ຄະນະ​ກຳ​ມະການ​ຊົນ​ເຜົ່າ ຢ່າງ​ແຊວ​ຝື)

(vovworld) –  ​​​​ບໍ່​ປະ​ໃຫ້​​ເກີດສະພາບ​ປະຊາຊົນຊາວ​ເຜົ່າ​ສ່ວນ​ໜ້ອຍ​ຂາດທີ່​ດິນ​ທຳ​ການ​ຜະລິດ, ນັ້ນ​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ​ລັດຖະມົນຕີ, ຫົວໜ້າ​ຄະນະ​ກຳ​ມະການ​ຊົນ​ເຜົ່າ ຢ່າງ​ແຊວ​ຝື ​ໃນ​ລາຍການ “ປະຊາຊົນ​ຖາມ - ລັດຖະມົນຕີ​ຕອບ” ​ໃນ​ວັນ​ທີ 20/07. ທ່ານ​ລັດຖະມົນຕີ, ຫົວໜ້າ​ຄະນະ​ກຳ​ມະການ​ຊົນ​ເຜົ່າ ຢ່າງ​ແຊວ​ຝື ຖື​ວ່າ ຊີວິດ​ການ​ເປັນ​ຢູ່​ຂອງ​ຊາວຊົນ​ເຜົ່າ​ສ່ວນ​ໜ້ອຍ​ຢູ່​ເຂດ​ພູ​ສູງ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ, ອັດຕາ​ຄອບຄົວ​ທຸກ​ຍາກ​ຍັງ​ຢູ່​ໃນ​ລະດັບ​ສູງ​ຢູ່. ໜຶ່ງ​ໃນ​ບັນດາ​ສາຍ​ເຫດ​ຕົ້ນ​ຕໍ​ທີ່​ພາ​ໄປ​ເຖິງ​ສະພາບ​ດັ່ງກ່າວ​ແມ່ນ​ຂາດ​​ເຂີນ​ແຫຼ່ງກຳລັງ ​ແລະ ​ທຶນເພື່ອ​ຈັດ​ຕັ້ງ​ການ​ຜະລິດ. ຕາມ​ທ່ານ ຢ່າງ​ແຊວ​ຝື ​ແລ້ວ, ປະຈຸ​ບັນ, ທະນາຄານ​ນະ​ໂຍບາຍ​ສັງຄົມ​ຢູ່​ບັນດາ​ທ້ອງ​ຖິ່ນ​ໄດ້​ມີ​ການ​ແນະນຳ​ຢ່າງ​ລະອຽດ​ກ່ຽວ​ກັບ​ຂັ້ນ​ຕ້ອນ, ລະບຽບ​ການ, ມາດຕະຖານ​ທີ່​ໄດ້​ກູ້​ຢືມ​ທຶນ​ຈັດ​ຕັ້ງ​ການ​ຜະລິດ, ລົບ​ລ້າງ​ຄວາມ​ອຶດຫິວ, ຫຼຸດຜ່ອນ​ຄວາມທຸກ​ຍາກ​ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່ໃຫ້​​ແກ່​ປະຊາຊົນ. ຕໍ່ໜ້າ​ຄຳ​ເຫັນທີ່​ຖື​ວ່າ ປະຊາຊົນຊາວ​ເຜົ່າ​ສ່ວນ​ໜ້ອຍ​ຢູ່​ເຂດ​ພູດ​ອຍພວມ​ຂາດ​ເຂີນທີ່​ດິນ​ທຳ​ການ​ຜະລິດ, ທ່ານ​ລັດຖະມົນຕີ, ຫົວໜ້າ​ຄະນະ​ກຳ​ມະການ​ຊົນ​ເຜົ່າ ຢ່າງ​ແຊວ​ຝື ​ໃຫ້​ຮູ້​ວ່າ.

        “ທ່ານ​ນາຍົກລັດຖະມົນຕີ​ໄດ້​ມອບ​ໜ້າ​ທີ່​ໃຫ້​ພວກ​ຂ້າພະ​ເຈົ້າ​ເປັນ​ປະທານ​ຊີ້​ນຳບັນດາ​ກະຊວງ, ຂະ​ແໜງ​ການ​ເພື່ອ​ກວດກາ​ຄືນ​ບັນດາ​ນະ​ໂຍບາຍ​ສຳລັບ​ຊາວເຜົ່າສ່ວນ​ໜ້ອຍ​ຢູ່ເຂດ​ພູດ​ອຍ. ປະຈຸ​ບັນ, ​ເພື່ອ​ແກ້​ໄຂ​ສະພາບ​ຂາດທີ່​ດິນ​ທຳ​ການ​ຜະລິດ ບັນດາ​ທ້ອງ​ຖິ່ນ​ຕ້ອງ​ສ້າງ​ຄວາມ​ສົມ​ດຸນ​ດ້ານທີ່​ດິນ, ຈັດ​ແບ່ງ​ທີ່​ດິນ​ເພື່ອ​ໃຫ້​ປະຊາຊົນ​ຫັນປ່ຽນ​ອາຊີບ ​ແລະ ​ເປີດ​ກວ້າງ​ບັນ​ດາ​ຂະ​ແໜງ​ການຜະລິດ, ຕິດ​ພັນ​ກັບ​ການ​ສົ່ງ​ອອກ​ແຮງ​ງານ, ສອນວິຊາ​ຊີບເຮັດ​ແນວ​ໃດ​​ເພື່ອມີ​ລາຍ​ຮັບ, ຮັບປະກັນ​ຊີວິດ​ສັງຄົມ”.

ຂ່າວ/ບົດ​ອື່ນ