ບຸລິມະສິດແຫຼ່ງກຳລັງແກ້ໄຂບັນດາຄວາມຕ້ອງການທີ່ຈຳເປັນສຳລັບຜູ້ມີຄຸນງາມຄວາມດີ

(VOVWORLD) - ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ຢັ້ງຢືນວ່າ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ສະຫງວນຄວາມເອົາໃຈໃສ່, ເບິ່ງແຍງດູແລທາງດ້ານວັດຖຸ ແລະ ຈິດໃຈໃຫ້ທະຫານເສຍອົງຄະ, ທະຫານເຈັບປ່ວຍ

ບຸລິມະສິດແຫຼ່ງກຳລັງແກ້ໄຂບັນດາຄວາມຕ້ອງການທີ່ຈຳເປັນສຳລັບຜູ້ມີຄຸນງາມຄວາມດີ - ảnh 1 ທ່ານປະທານປະເທດ ເຈິ່ນດ້າຍກວາງ ກ່າວຄຳເຫັນທີ່ພິທີ

ເພື່ອມຸ່ງໄປເຖິງການສະເຫຼີມສະຫຼອງ 71 ປີແຫ່ງວັນທະຫານເສຍອົງຄະ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດ (27/7/1947 – 27/7/2018), ຕອນເຊົ້າວັນທີ 19 ກໍລະກົດ, ຢູ່ນະຄອນ ຫວູງເຕົ່າ, ໄດ້ຈັດຕັ້ງກອງປະຊຸມຍ້ອງຍໍຊົມເຊີຍຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດດີເດັ່ນທົ່ວປະເທດປີ 2018.

        ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ຢັ້ງຢືນວ່າ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ສະຫງວນຄວາມເອົາໃຈໃສ່, ເບິ່ງແຍງດູແລທາງດ້ານວັດຖຸ ແລະ ຈິດໃຈໃຫ້ທະຫານເສຍອົງຄະ, ທະຫານເຈັບປ່ວຍ, ຍາດຕິພີ່ນ້ອງນັກຮົບເສຍສະຫຼະຊີວິດເພື່ອຊາດ, ຄອບຄົວມີຄຸນງາມຄວາມດີຕໍ່ການປະຕິວັດ. ພ້ອມກັບນະໂຍບາຍບຸລິມະສິດຂອງລັດ, ຂະບວນການເບິ່ງແຍງດູແລຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດຜ່ານບັນດາລາຍການສາຍຈິດມິດໃຈສືບຕໍ່ໄດ້ຮັບການຮັກສາ, ເສີມຂະຫຍາຍ, ມີຄວາມໝາຍດ້ານການເມືອງ - ສັງຄົມ ແລະ ມະນຸດສະທຳຢ່າງເລິກເຊິ່ງ. ທ່ານປະທານປະເທດ ເຈິ່ນດ້າຍກວາງ ສະເໜີວ່າ:

        “ສຸມໃສ່ເບິ່ງແຍງດູແລບັນດາຄອບຄົວຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດທີ່ປະສົບກັບຄວາມຫຍຸ້ງຍາກ, ຜູ້ມີຄຸນງາມຄວາມດີເຊິ່ງປະຈຸບັນພວມຢູ່ໂດດດຽວ, ບໍ່ມີບ່ອນເພິ່ງພາສາອໃສ, ບັນດາຄອບຄົວຂອງຜູ້ມີຄຸນງາມຄວາມດີເຂດຊົນເຜົ່າສ່ວນໜ້ອຍ, ເຂດຫ່າງໄກຊອກຫຼີກ, ຖານທີ່ໝັ້ນການປະຕິວັດໃນເມື່ອກ່ອນ, ສູ້ຊົນເພື່ອບໍ່ປະໃຫ້ຄອບຄົວເຫຼົ່ານັ້ນຖືກຜູ້ມີຄຸນງາມຄວາມດີນອນໃນເປົ້າໝາຍທຸກຍາກ. ບຸລິມະສິດແຫຼ່ງກຳລັງໃນການແກ້ໄຂບັນດາຄວາມຕ້ອງການທີ່ຈຳເປັນສຳລັບຜູ້ມີຄຸນງາມຄວາມດີ ຄື: ລ້ຽງດູເບິ່ງແຍງບັນດາແມ່ ຫວຽດນາມ ວິລະຊົນ, ສອນວິຊາຊີບ, ສ້າງວຽກເຮັດງານທຳ, ຊ່ວຍເຫຼືອບັນດາຄອບຄົວເປົ້າໝາຍນະໂຍບາຍທີ່ປະສົບກັບຄວາມຫຍຸ້ງຍາກເພື່ອພັດທະນາການຜະລິດ.”

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ