ບໍລິສັດການບິນVietjet Air ເປີດສາຍການບິນສາກົນຕື່ມອີກ2ສາຍ

(VOVWORLD) -ວັນທີ 22 ມິຖຸນາ ຢູ່ ທ່າອາກາດສະຍານສາກົນ ໂນ້ຍບາຍ, ບໍລິສັດການບິນ Vietjet Air ໄດ້ຕ້ອນຮັບບັນດາຜູ້ໂດຍສານໃນຖ້ຽວບິນທຳອິດຂອງສາຍການບິນສາຍໃຫມ່ ຮ່າໂນ້ຍ - ໄທຈົງ   (ໄຕ້ຫວັນ) ປະເທດຈີນ. 

ບໍລິສັດການບິນVietjet Air ເປີດສາຍການບິນສາກົນຕື່ມອີກ2ສາຍ - ảnh 1  ບໍລິສັດການບິນ Vietjet Air ໄດ້ຕ້ອນຮັບບັນດາຜູ້ໂດຍສານທຳອິດຂອງສາຍການບິນສາຍໃຫມ່ ຮ່າໂນ້ຍ - ໄທຈົງ

ພາບ:Vietjet Air

ສາຍການບິນ ຮ່າໂນ້ຍ - ໄທຈົງ ເປີດ 5 ຖ້ຽວບິນ/ອາທິດ ໃນວັນຈັນ, ວັດພຸດ, ວັນສຸກ, ວັນເສົາ ແລະ ວັນອາທິດ ດ້ວຍເວລາບິນປະມານ 2 ຊົ່ວໂມງ 30 ນາທີ. ຖ້ຽວບິນອອກຈາກຮ່າໂນ້ຍເວລາ 13 ໂມງ ແລະ ຮອດ ໄທຈົງ ເວລາ 16 ໂມງ 30 ນາທີ ຕາມເວລາທ້ອງຖິ່ນ. ກົງກັນຂ້າມ ຖ້ຽວບິນ ອອກຈາກໄທຈົງ ແຕ່ເວລາ 17 ໂມງ 30 ນາທີ ຕາມເວລາທ້ອງຖິ່ນ ແລະ ຮອດຮ່າໂນ້ຍ ເວລາ 19 ໂມງ 20 ນາທີ.

ນອກນັ້ນ ວັນທີ 19 ກໍລະກົດປີ 2018 ນີ້,  Vietjet Air ຈະເປີດສາຍການບິນ ຈາກ ດາຫນັງ (ຫວຽດນາມ) ເຖິງ Daegu ສເກົາຫລີ ດ້ວຍເວລາບິນແມ່ນ 4 ຊົ່ວໂມງ 15 ນາທີ. ແລະ ຖ້ຽວບິນອອກຈາກ ດາຫນັງແມ່ນໃນເວລາ 00ໂມງ 15 ນາທີ ແລະ ຮອດ Daegu ເວລາ 06 ໂມງ 30 ນາທີ ຕາມເວລາທ້ອງຖິ່ນ, ກົງກັນຂ້າມ ຈາກ Daegu  ແມ່ນ ເວລາ 7ໂມງ 30 ນາທີ ຕາມເວລາທອ້ງຖິ່ນ ແລະ ຮອດດາຫນັງ ແມ່ນເວລາ 10 ໂມງ.

ຕອບກັບ

ຂ່າວ/ບົດ​ອື່ນ