ບໍລິສັດໃຫຍ່ການບິນ Vietnam Airlines ຮັບໃບຢັ້ງຢືນເປັນບໍລິສັດການບິນສາກົນ 4 ດາວ

(VOVWORLD) -ບໍລິສັດໃຫຍ່ການບິນຫວຽດນາມ (Vietnam Airlines) ໃຫ້ຮູ້ວ່າ ວິສາຫະກິດສືບຕໍ່ໄດ້ຮັບໃບຢັ້ງຢືນ ເປັນບໍລິສັດການບິນສາກົນ 4 ດາວ ໂດຍອົງການຕີລາຄາ ແລະ ຈັດອັນດັບສາຍການບິນອັງກິດ ( Skytrax) ມອບໃຫ້. ນີ້ແມ່ນປີທີ 3 ທີ່ Vietnam Airlines ບັນລຸໄດ້ນາມມະຍົດນີ້ ຢ່າງລຽນຕິດ.

ບໍລິສັດໃຫຍ່ການບິນ Vietnam Airlines ຮັບໃບຢັ້ງຢືນເປັນບໍລິສັດການບິນສາກົນ 4 ດາວ - ảnh 1ອົງການຕີລາຄາ ແລະ ຈັດອັນດັບສາຍການບິນອັງກິດ ມອບໃບຢັ້ງຢືນ ເປັນບໍລິສັດການບິນສາກົນ 4 ດາວ ໃຫ້ ບໍລິສັດໃຫຍ່ Vietnam Airlines 

(ພາບ:thanhnien.vn)

ການຈັດອັນດັບນີ້ ໄດ້ນໍາ Vietnam Airlines ນອນໃນບັນຊີລາຍຊື່ບັນດາ ບໍລິສັດການບິນແຖວໜ້າຂອງໂລກ ກ່ຽວກັບຄຸນນະພາບ ການບໍລິການ ຕາມການຕີລາຄາຂອງ Skytrax ຄື: Air France (ຝລັ່ງ), Emirates (ສະຫະລັດອາຣັບເອມີເລດ), Japan Airlines (ຍີ່ປຸ່່ນ), Korean Air (ສ.ເກົາຫຼີ), British Airway (ອັງກິດ)...

        ປີ 2018 ສືບຕໍ່ເປັນຂີດໝາຍບັນດາບາດກ້າວແຫ່ງການປ່ຽນແປງໃໝ່ຂອງ Vietnam Airlines ໃນການຍົກສູງຄຸນນະພາບການບໍລິການ. Vietnam Airlines ສືບຕໍ່ສ້າງບັນດາຂີດໝາຍ ກ່ຽວກັບວັດທະນະທໍາ ເຂົ້າໃນລະບົບຜະລິດຕະພັນ, ການບໍລິການ.  

ຕອບກັບ

ຂ່າວ/ບົດ​ອື່ນ