ບຳລຸງສ້າງວີຊາການໃຫ້ພະນັກງານທະນາຄານນະໂຍບາຍສັງຄົມລາວ


ບຳລຸງສ້າງວີຊາການໃຫ້ພະນັກງານທະນາຄານນະໂຍບາຍສັງຄົມລາວ - ảnh 1
ທະ​ນາ​ຄານ​ນະ​ໂຍ​ບາຍ​ນະ​ຄອນ ດ່ານັ້ງ ຈັດ​ຕັ້ງ​ຊຸດ​ຝຶກ​ອົບ​ຮົມ​ຍົກ​ສູງວິ​ຊາ​ການ​ໃຫ້​ພະ​ນັກ​ງານ​​ເກືອບ 20 ຄົນ

(vovworld) – ຕອນ​ບ່າ​ຍ​ວັນ​ທີ 30/9, ສາ​ຂາ​ທະ​ນາ​ຄານ​ນະ​ໂຍ​ບາຍ​ສັງ​ຄົມນະ​ຄອນ ດ່ານັ້ງ ແລະ ທະ​ນາ​ຄານ​ນະ​ໂຍ​ບາຍ​ສັງ​ຄົມ​ແຂວງ ສະ​ຫວັນ​ນະ​ເຂດ - ລາວ ຈັດ​ຕັ້ງ​ພິ​ທີ​ແຮກ​ສ່ຽວ. ທີ່​ພິ​ທີ, ທະ​ນາ​ຄານ​ນະ​ໂຍ​ບາຍ​ສັງ​ຄົມ​ສາ​ຂາ ດ່ານັ້ງ ແລະ ທະ​ນາ​ຄານ​ນະ​ໂຍ​ບາຍ​ສັງ​ຄົມ​ແຂວງ ສະ​ຫວັນ​ນະ​ເຂດ ໄດ້​ເຊັນ​ໂຄງ​ການ​ຮ່ວມ​ມື, ເຊິ່ງ​ລວມ​ມີ​ບັນ​ດາ​ເນື້ອ​ໃນ​ຄື: ສ້າງ​ຮູບ​ແບບ​ການ​ແລກ​ປ່ຽນ​ການ​ນຳ​ໃຊ້​ວິ​ຊາ​ຊີບ, ຊອກ​ຮູ້​ບັນ​ດາ​ຂົງ​ເຂດ​ວິ​ຊາ​ການ​ທີ່​ກ່ຽວ​ຂ້ອງ, ດຳ​ເນີນ​ການ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ ແລະ ຕອບ​​ບັນ​ດາ​ຂໍ້​ຂ້ອງ​ໃຈ​ກ່ຽວ​ກັບ​​ວິ​ຊາ​ຊີບ​ໃນ​ຂອບ​ເຂດ​​ການຮ່ວມ​ມື, ສ້າງ​ສະ​ຖານ​ທີ່​​ໄປ​ທັດ​ສະ​ນະ​ສຶກ​ສາ, ຮ່ຳ​ຮຽນ​ເອົາ​ບົດ​ຮຽນ ແລະ ບັນ​ດາ​ເຫດ​ການ​ຮ່ວມ​ມື​ລວມ​ຂອງທະ​ນາ​ຄານ 2 ແຫ່ງ ກໍ່​ຄື​ບັນ​ດາ​ການ​ເຄື່ອນ​ໄຫວ​​ພົບ​ປະ​ແລກ​ປ່ຽນ​ລະ​ຫວ່າງ​ 2 ສາ​ຂາ​ໃຫ້ເໝາະ​ສົ​ມ​ກັບ​ກົດ​ໝາຍ, ​ຮີດ​ຄອງປະ​ເພ​ນີ​ຂອງ 2 ປະ​ເທດ ຫວຽດ​ນາມ ແລະ ລາວ.

        ກ່ອນ​ໜ້ານັ້ນ, ແຕ່​ວັນ​ທີ 28 – 30/9, ທະ​ນາ​ຄານ​ນະ​ໂຍ​ບາຍ​ນະ​ຄອນ ດ່ານັ້ງ ຈັດ​ຕັ້ງ​ຊຸດ​ຝຶກ​ອົບ​ຮົມ​ຍົກ​ສູງວິ​ຊາ​ການ​ໃຫ້​ພະ​ນັກ​ງານ​​ເກືອບ 20 ຄົນ​ຂອງທະ​ນາ​ຄານ​ນະ​ໂຍ​ບາຍ​ສັງ​ຄົມ​ແຂວງ ສະ​ຫວັນ​ນະ​ເຂດ, ສ​ປ​ປ ລາວ.


ຂ່າວ/ບົດ​ອື່ນ