ປີ 2019 ກອງທຶນປົກປ້ອງເດັກຫວຽດນາມສູ້ຊົນເບິ່ງແຍງດູແລໃຫ້ເດັກທີ່ປະສົບກັບຄວາມຫຍຸ້ງຍາກ 10 ລ້ານຄົນ

(VOVWORLD) -ຕອນຄ່ຳວັນທີ 08 ທັນວາ, ຢູ່ນະຄອນໂຮ່ຈິນມິນ, ທ່ານນາງຮອງປະທານປະເທດ, ປະທານສະພາ ກອງທຶນປົກປ້ອງເດັກຫວຽດນາມ ດັ້ງທິຫງອັກທິ້ງ ໄດ້ມີການພົບປະກັບບັນດາວິສາຫະກິດທີ່ຕັ້ງໜ້າຮ່ວມເດີນທາງພ້ອມກັບກອງທຶນປົກປ້ອງເດັກຫວຽດນາມ ໃນຫຼາຍປີຜ່ານມາ.

ປີ 2019 ກອງທຶນປົກປ້ອງເດັກຫວຽດນາມສູ້ຊົນເບິ່ງແຍງດູແລໃຫ້ເດັກທີ່ປະສົບກັບຄວາມຫຍຸ້ງຍາກ 10 ລ້ານຄົນ - ảnh 1ກອງທຶນປົກປ້ອງເດັກຫວຽດນາມສູ້ຊົນເບິ່ງແຍງດູແລໃຫ້ເດັກທີ່ປະສົບກັບຄວາມຫຍຸ້ງຍາກ 10 ລ້ານຄົນ

(ພາບ: TTXVN)

ກອງທຶນປົກປ້ອງເດັກ ຫວຽດນາມ ທຸກຂັ້ນຍັງພວມມານະພະຍາຍາມເຊື່ອມຕໍ່ບັນດາຜູ້ໃຈບຸນໃຈກຸສົນມາສູ່ພວກນ້ອງ. ຄາດໝາຍທີ່ໄດ້ວາງອອກໃນປີ 2019 ຂອງ ກອງທຶນປົກປ້ອງເດັກ ຫວຽດນາມ ແມ່ນຂົນຂວາຍການບໍລິຈາກເງິນໃຫ້ໄດ້ 110 ຕື້ດົງ ເພື່ອເບິ່ງແຍງດູແລໃຫ້ເດັກນ້ອຍ 10 ລ້ານຄົນ. ກ່າວຄຳເຫັນທີ່ການພົບປະ, ທ່ານນາງຮອງປະທານປະເທດ ດັ້ງທິຫງອັກທິ້ງ ໄດ້ ຂໍຂອບໃຈຢ່າງຈິງໃຈບັນດາວິສາຫະກິດທີ່ໄດ້ຮ່ວມເດີນທາງພ້ອມກັບ ກອງທຶນປົກປ້ອງເດັກ ຫວຽດນາມ ພ້ອມທັງຮຽກຮ້ອງໃຫ້ບັນດາຜູ້ໃຈບຸນໃຈກຸສົນສືບຕໍ່ສະໜັບສະໜູນເດັກໃຫ້ມີເງື່ອນໄຂດຳລົງຊີວິດ ແລະ ພັດທະນາເປັນຢ່າງດີກວ່າໃນຊຸມປີຕໍ່ໆໄປ.

        ທີ່ລາຍການພົບປະກັບບັນດາວິສາຫະກິດເພື່ອເດັກນ້ອຍຫວຽດນາມ, ມີວິສາຫະກິດຫຼາຍແຫ່ງໄດ້ລົງນາມໃນຂໍ້ຕົກລົງຊ່ວຍເຫລືອໃຫ້ ກອງທຶນປົກປ້ອງເດັກຫວຽດນາມ ດ້ວຍຈຳນວນເງິນເກືອບ 80 ຕື້ດົ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ