ປິ2016,ການເຕີບໂຕGDPຂອງຫວຽດນາມຄາດວ່າຢູ່ໃນລະດັບ6,7%-6,8%

ປິ2016,ການເຕີບໂຕGDPຂອງຫວຽດນາມຄາດວ່າຢູ່ໃນລະດັບ6,7%-6,8% - ảnh 1
(ພາບ​ປະ​ກອບ)

(vovworld) –​ ປີ 2016, ຈະ​ແມ່ນ​ປີ​ທຳ​ອິດ​ຂອງ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ​ໄລ​ຍະ 5 ປີ 2016 – 2020 ແລະ ກໍ​ແມ່ນ​ປີ​ທຳ​ອິດ​ຂອງວິ​ວັດ​ການ​ເຊື່ອມ​ໂຍງ ເມື່ອ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ເຊື່ອມ​ໂຍງມ​ີ​ຜົນ​ສັກ​ສິດ. ລັດ​ຖະ​ບານ​ຄ​າດ​ຄະ​ເນ​ວ່າ, ລະ​ດັບ​ເຕີນ​ໂຕ​ດ້ານ​ເສດ​ຖະ​ກິດ​ປີ 2016 ບັນ​ລຸ 6,7% ແລະ ລະ​ດັບ​ເພີ່ມ CPI ບ​ັນ​ລຸ​ຕ່ຳ​ກ່​ວາ 5%. ພື້ນ​ຖານ​ເສດ​ຖະ​ກິດ​ຫວຽດ​ນາມ ໄດ້​ຮັບ​ການ​ຕີ​ລາ​ຄາ​ວ່າ ຈະ​ສືບ​ຕໍ່​ບັນ​ລຸ​ການ​ເຕີບ​ໂຕ​ສູງກວ່າ ແລະ ເສດ​ຖະ​ກິດ​ມະ​ຫາ​ພາກ​ໄດ້​ຮັບ​ການ​ຮັກ​ສາ​ເປັນ​ປົກ​ກະ​ຕິ. ​ທ່ານ​ຮອ​ງ​ສາດ​ສະ​ດາ​ຈານ, ດ.ຣ ໂຕ​​ຈູງ​ແທ່ງ, ມະ​ຫ​າວ​ິ​ທະ​ຍາ​ໄລ​ເສດ​ຖະ​ກິດ​ແຫ່ງ​ຊາດ​ຖື​ວ່າ.

      “ຫວຽດ​ນາມ ຈະ​ສືບ​ຕໍ່​ຟື້ນຕົວ​ເປັນ​ຢ່າງ​ດີ​ໃນ​ປີ 2016, ດ​້ວຍ​ການ​ໜູນ​ຊ່ວຍ​ຈາກ​ເສດ​ຖະ​ກິດ​ໂລກ​ທີ່​ຟື້ນ​​ຕົວ​ເປັນ​ຢ່າງ​ດີກວ່າ​ເມື່ອ​ທຽບ​ໃສ່​ປີ 2015. ເຂດ FDI ຍັງ​ສືບ​ຕໍ່​ປະ​ກອບ​ສ່ວນ​ຢ່າງ​ໃຫຍ່​ຫຼວງ​ເຂ​ົ້າ​ໃນ​ການ​ເຕີບ​ໂຕ​ ແລະ ພວກ​ເຮົາ​ຈະ​ມີ​ກາ​ລະ​ໂອ​ກາດ​ຕື່ມ​ອີກ​ຈາ​​ກການ​ເຊື່ອມ​ໂຍງ​ເສດ​ຖະ​ກິດ​ສາ​ກົນ. ຕ​າມ​ຂ້າ​ພະ​ເຈ​ົ້າ​ແລ້ວ, ປີ 2016 ​ການ​ເຕີບ​ໂຕ​ຈະ​ບັນ​ລຸຈະ​ຢູ່​ໃນ​ລະ​ດັບ 6,7 – 6,8%, ໄພ​ເງິນ​ເຟີ້​ອາດຢ​ູ່​ໃນ​ລະ​ດັບ 2 – 2,5%”.

ຂ່າວ/ບົດ​ອື່ນ