ປີ2016,ສືບຕໍ່ສົ່ງຄົນງານກວ່າ100.000ຄົນໄປເຮັດວຽກຢູ່ຕ່າງປະເທດ

ປີ2016,ສືບຕໍ່ສົ່ງຄົນງານກວ່າ100.000ຄົນໄປເຮັດວຽກຢູ່ຕ່າງປະເທດ - ảnh 1
(ພາບ​ປະ​ກອບ)

(vovworld) –​ ​ ປີ 2016, ສືບ​ຕໍ່​​ສົ່ງຄົນ​ງານກວ່າ 100.000 ຄົນ​ໄປ​ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດ. ເພື່ອ​ປະ​ຕິ​ບັດ​ຄາດ​ໝາຍ​ນີ້, ກະ​ຊວງ​ແຮງ​ງານ, ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ ສືບ​ຕໍ່​ຜັນ​ຂະ​ຫຍາຍ​ບາງ​ມາດ​ຕະ​ການ​ແກ້​ໄຂ​ຄື: ເປີດກວ້າ​ງ​ຕະ​ຫຼາດ​ສົ່ງ​ອອກ​ຄົນ​ງານ, ໂດຍ​ສະ​ເພາະ​ແມ່ນ​ຕະ​ຫຼາດ​ມີ​ລາຍ​ຮັບ​ສ​ູງ, ປອດ​ໄພ​ໃຫ້​ຄົນ​ງານ; ປັບ​ປຸງ, ເພີ່ມ​ເຕີມ​ກົນ​ໄກ, ນະ​ໂຍ​ບາຍ​ຂອງ​ແຜນ​ຮ່າງ​ໜູນ​ຊ່ວຍ​ບັນ​ດາ​​ເມືອງ​ທຸກ​ຍາກ​ຍ​ູ້​ແຮ​ງ​ການ​ສົ່ງ​ອອກ​ຄົນ​ງານ; ຍົກ​ສູງ​ກຳ​ລັງ​ຄວາມ​ສ​າ​ມ​າດ​ຂອງວິ​ສາ​ຫະ​ກິດ​ມີ​ບົດ​ບາດ​ໜ້າ​ທີ່​​ສົ່ງຄົນ​ງານ​ໄປ​ເຮັດວຽກ​ຢູ່​ຕ່າງ​ປະ​ເທດ… ທ່ານ ຕົ໋ງ​ຫາຍ​ນາມ, ຮອງ​ຫົວ​ໜ້າ​ກົມ​ຄຸ້ມ​ຄອງ​ຄົນ​ງານ​ຕ​່າງ​ປະ​ເທດ, ກະ​ຊວງ​ແຮງ​ງານ, ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ​ໃຫ້​ຮູ້​ວ່າ.

      “ກະ​ຊວງ​ແຮງ​ງານ, ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ​ໄດ້​ສົມ​ທົບ​​ກັບ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ ປະ​ຕິ​ບັດ​ຫຼາຍ​ມາດ​ຕະ​ການ​ເພື່ອ​ເປີດກວ້າງ​ຕະ​ຫຼາດ​ສົ່ງ​ອອກ​ຄົນ​ງານ, ຕະ​ຫຼາດ​ຮັບ​ຄົນ​ງານ​ຫວຽດ​ນາມ. ພວກ​ເຮົາ​ກໍ​ແລກ​ປ່ຽນ​ກັບ​ບັນ​ດາ​ປະ​ເທດ ເພື່ອ​ເປີດ​ກ້ວາງທັງ​ວິ​ຊາ​ຊີບ ແລະ ຂົງ​ເຂດ​ຮັບ​ຈ້າງ​ຄ​ົນ​ງານ. ປະ​ຈຸ​ບັນ, ພວກ​ເຮົາ​ມີ​ບາງ​ຕະ​ຫຼາດ​ທີ່​ເປັນ​ມູນ​ເຊື້ອ​ຮັບ​ຄົນ​ງານ​ຫວຽດ​ນາມ, ແນ່ນ​ອນ​ວ່າ, ໃນ​ໄລ​ຍະ​ຈະ​ມາ​ເຖິງ​ຈະ​ຮັກ​ສາ​ໄດ້​ຄວາມ​ໝັ້ນ​ຄົງ ແລະ ປາດ​ຖະ​ໜາ​ຢາກ​ເປີດ​ກວ້າ​ງ​​ອັດ​ຕາ​ຢູ່​ບັນ​ດາ​ຕະ​ຫຼາດ​ນັ້ນ.”

ຂ່າວ/ບົດ​ອື່ນ