ປູກຕົ້ນໄມ້ນຳມາເຊິ່ງຜົນປະໂຫຍດອັນໃຫຍ່ຫລວງໃຫ້ແກ່ປະເທດຊາດ

(VOVWORLD) - ຕອນເຊົ້າວັນທີ 10 ກຸມພາ (ກົງກັບວັນທີ 06 ເດືອນຈຽງໄລ່ຕາມຈັນທະປະຕິທິນ) ຢູ່ແຂວງ ອຽນບ໊າຍ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ເຂົ້າຮ່ວມພິທີປຸກລະດົມ “ບຸນເຕັດປູກຕົ້ນໄມ້ເພື່ອສະແດງຄວາມຮູ້ບຸນຄຸນລຸງໂຮ່ຕະຫລອດໄປ” ລະດູບານໃໝ່ປີກຸນ 2019.
ປູກຕົ້ນໄມ້ນຳມາເຊິ່ງຜົນປະໂຫຍດອັນໃຫຍ່ຫລວງໃຫ້ແກ່ປະເທດຊາດ - ảnh 1 ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ໄດ້ເຂົ້າຮ່ວມພິທີປຸກລະດົມ “ບຸນເຕັດປູກຕົ້ນໄມ້ (ພາບ:  http://yenbai.gov.vn)

ກ່າວຄຳເຫັນທີ່ພິທີ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ໄດ້ເນັ້ນໜັກວ່າ: ເພື່ອຕອບສະໜອງຄຳຮຽກຮ້ອງຂອງລູງໂຮ່, ປະຊາຊົນໃນທົ່ວປະເທດ ຫວຽດນາມ ໄດ້ປະຕິບັດ “ບຸນເຕັດປູກຕົ້ນໄມ້” ທຳອິດເນື່ອງໃນໂອກາດບຸນເຕັດປີຊວດ (1960). ເລື່ອງປູກຕົ້ນໄມ້ໄດ້ປະກອບສ່ວນສຳຄັນເຂົ້າໃນການປ້ອງກັນ, ຕ້ານໄພທຳມະຊາດ, ການປ່ຽນແປງຂອງດິນຟ້າອາກາດ, ປັບປຸງສະພາບແວດລ້ອມ, ເຮັດໃຫ້ທິວທັດທຳມະຊາດສວຍສົດງົດງາມ, ພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ, ຍົກສູງຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ.

          ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ຮຽກຮ້ອງທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ, ທຸກຂັ້ນ, ທຸກຂະແໜງການ, ບັນດາທ້ອງຖິ່ນຈົ່ງເຂົ້າຮ່ວມການປູກຕົ້ນໄມ້ຢ່າງຫ້າວຫັນ ພ້ອມທັງຍົກສູງສະຕິຄວາມຮັບຮູ້ ແລະ ມີບັນດາມາດຕະການປົກປັກຮັກສາປ່າໄມ້ຢ່າງມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ