ປູກຕົ້ນໄມ້ມິດຕະພາບຢູ່ທາງ 3 ແຍກຊາຍແດນ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ

(VOVWORLD) - ຕາມນັ້ນແລ້ວ, ກຳລັງເຈົ້າໜ້າທີ່ຂອງ 3 ຝ່າຍພວມດຳເນີນການປູກຕົ້ນໄມ້ປະເພດຕ່າງໆ 700 ຕົ້ນ

ກອງບັນຊາການທະຫານປ້ອງກັນຊາຍແດນແຂວງ ກອນຕຸມ (ຫວຽດນາມ) ພ້ອມກັບຕຳຫຼວດແຂວງ Rattanakiri ( ປະເທດ ກຳປູເຈຍ) ແລະ ກອງຮ້ອຍ 541, ຂຶ້ນກັບກອງບັນຊາການທະຫານແຂວງ ອັດຕະປື (ປະເທດລາວ) ພວມຈັດຕັ້ງການປູກຕົ້ນໄມ້ມິດຕະພາບຢູ່ຫຼັກໝາຍທາງ 3 ແຍກຊາຍແດນ ຫວຽດນາມ - ລາວ - ກຳປູເຈຍ.

        ຕາມນັ້ນແລ້ວ, ກຳລັງເຈົ້າໜ້າທີ່ຂອງ 3 ຝ່າຍພວມດຳເນີນການປູກຕົ້ນໄມ້ປະເພດຕ່າງໆ 700 ຕົ້ນ. ການປູກຕົ້ນໄມ້ມິດຕະພາບນີ້ໄດ້ສະແດງໃຫ້ເຫັນນ້ຳໃຈສາມັກຄີ, ສະໜິດຕິດພັນລະຫວ່າງ 3 ປະເທດ, ລະຫວ່າງແຂວງ ກອນຕຸມ ກັບບັນດາແຂວງຂອງປະເທດບ້ານໃກ້ເຮືອນຄຽງ (Rattanakiri, ອັດຕະປື, ເຊກອງ) ແລະ ກຳລັງປ້ອງກັນຊາຍແດນຂອງ 3 ປະເທດ. ການເຄື່ອນໄວນີ້ໄດ້ປະກອບສ່ວນສ້າງຊາຍແດນສັນຕິພາບ, ສະຖຽນລະພາບ, ມິດຕະພາບ, ການຮ່ວມມື ແລະ ນັບມື້ນັບພັດທະນາ.

        ການປູກຕົ້ນໄມ້ຈະປະຕິບັດໃຫ້ສຳເລັດໃນວັນທີ 15 ກັນຍາ. ຄາດວ່າ, ຮອດຕົ້ນເດືອນ ພະຈິກ, ແຂວງ ກອນຕຸມ ຈະຈັດຕັ້ງການເຄື່ອນໄຫວພົບປະແລກປ່ຽນຕ່າງໆລະຫວ່າງ 4 ແຂວງຂອງ 3 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ