ປຸກລະດົມການເສັງ Startup ທີ່ສະຫງວນໃຫ້ຊາວ ຫວຽດນາມ ໃນທົ່ວໂລກ

(VOVWORLD) -  ຕອນຄ່ຳວັນທີ 14 ພະຈິກ, ທີ່ຮ່າໂນ້ຍ, ສະມາຄົມຊາວໜຸ່ມນັກສຶກສາ ຫວຽດນາມ ປະຈຳ ອາເມລິກາ ແລະ ຄະນະຊາວໜຸ່ມນະຄອນ ຮ່າໂນ້ຍ ໄດ້ສົມທົບກັນຈັດຕັ້ງການປຸກລະດົມການເສັງ Startup ທີ່ສະຫງວນໃຫ້ຊາວ ຫວຽດນາມ ໃນທົ່ວໂລກປີ 2019 (VietChallenge 2019).
ປຸກລະດົມການເສັງ Startup ທີ່ສະຫງວນໃຫ້ຊາວ ຫວຽດນາມ ໃນທົ່ວໂລກ - ảnh 1ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ຫງວຽນກວາງວິງ ເຂົ້າຮ່ວມການເສັງ VietChallenge 2018  ພາບ:TTXVN)  

ນີ້ແມ່ນຄັ້ງທີ 4 ປຸກລະດົມການເສັງດັ່ງກ່າວ. ພາຍຫລັງການປຸກລະດົມ 3 ຄັ້ງ, VietChallenge ໄດ້ສ້າງຄວາມປະທັບໃຈຢ່າງຕັ້ງໜ້າ ແລະ ໄດ້ຮັບການເຂົ້າຮ່ວມຢ່າງສຸດອົກສຸດໃຈຂອງບັນດາທິມ Startup ຫວຽດນາມ ໃນທົ່ວໂລກ. ມີເອກະສານເຂົ້າຮ່ວມການເສັງທັງໝົດກ່ວາ 500 ຊຸດທີ່ມາຈາກ 21 ປະເທດ. ດ້ວຍພາລະກຳຊ່ວຍຫັນບັນດາແນວຄວາມຄິດດຳເນີນທຸລະກິດໃຫ້ປະກົດຜົນເປັນຈິງ ແນໃສ່ແກ້ໄຂບັນດາສິ່ງທ້າທາຍຂອງພື້ນຖານເສດຖະກິດ ຫວຽດນາມ ແລະ ໂລກ ໃນການປະຕິວັດອຸດສາຫະກຳ 4.0, VietChallenge ໄດ້ເຊື່ອມຕໍ່ບັນດາທິມ Startup ຫວຽດນາມ ກັບຖັນແຖວນັກຊ່ຽວຊານ Startup ຢູ່ ອາເມລິກາ ຢ່າງບໍ່ຢຸດຢັ້ງ, ນຳມາເຊິ່ງບົດຮຽນຕົວຈິງ ເພື່ອໃຫ້ Startup ປະສົບຜົນສຳເລັດໃນສະພາບແວດລ້ອມສາກົນ

        VietChallenge ຈະຮັບໃບສະເໜີເຂົ້າຮ່ວມການເສັງຢ່າງເປັນທາງການໃນວັນທີ 15 ພະຈິກ 2018. ໃນໄລຍະເວລາ 9 ເດືອນ, VietChallenge 2019 ຈະເລືອກເອົາທິມຊະນະເລີດດ້ວຍລາງວັນທີ່ມີມູນຄ່າ 25.000 USD.

ຕອບກັບ

ຂ່າວ/ບົດ​ອື່ນ