ປຸກລະດົມການເສັງ “ຮ່ວມກັບໂຮ້ຍອານມໍລະດົກໂລກ”

ປຸກລະດົມການເສັງ “ຮ່ວມກັບໂຮ້ຍອານມໍລະດົກໂລກ” - ảnh 1
ຄຸ້ມ​ເມືອງ​ເກົ່າ​ໂຮ້ຍ​ອານ
ພາບ:baolaodong.com
(vovworld)- ພິ​ທີ​ປຸກ​ລະ​ດົມ​ການ​ເສັງ “ຮ່ວມ​ກັບໂຮ້ຍ​ອານ ມໍ​ລະ​ດົກ​ໂລກ​” ໄດ້​ດຳ​ເນີນ​ໃນ​ຕອນ​ຄ່ຳ​ວັນ​ທີ 30/7 ຢູ່​ ​ສວນປະ​ຕິ​ມາ​ກຳ ໂຮ້ຍ​ອານ ນະ​ຄອນ ໂຮ້ຍ​ອານ. ເຫດ​ການ​ດັ່ງ​ກ່າວ​ໂດຍ​ສະ​ຫະ​ສະ​ມາ​ຄົມ​ທ່ອງ​ທ່ຽວ ແຂວງ ໂຮ້ຍ​ອານ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ໂຮ້ຍ​ອານ, ພະ​ແນກວັດ​ທະ​ນະ​ທຳ​ກິ​ລາ ແລະ ທ່ອງ​ທ່ຽວ ໂຮ້ຍ​ອານ ສົມ​ທົບ​ກັບ​ຫ້ອງ​ການ UNESCO ຢູ່ ຮ່​າ​ໂນ້ຍ ແລະ ອົງ​ການ ILO ຢູ່​ຫວຽດ​ນາມ​ຈັດ​ຕັ້ງ​ຂຶ້ນ. ການ​ເສັງ​ແມ່ນ​ເພື່ອ​ເຊີດ​ຊູ​ບັນ​ດາ​ອົງ​ການ, ສ່ວນ​ບຸກ​ຄົນ​ທ​ີ່​ກ່ຽວ​ຂ້ອງ​ເຖິງ​ຂະ​ແຫນງ​ທ່ອງ​ທ່ຽວ ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ຂໍ້​ລິ​ເລີ່ມ ແລະ ມາດ​ຕະ​ການ​ສື່​ຂ່າວ, ການ​ເຄື່ອນ​ໄຫວ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ, ປະ​ກອບ​ສ່ວນ​ບູ​ລະ​ນະ​ປະ​ຕິ​ສັງ​ຂອນ ແລະ ອະ​ນຸ​ລັກ​ຮັກ​ສາ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ໂລກ ຢູ່ ໂຮ້ຍ​ອານ. ການ​ເສັງ ກໍ​ປະ​ກອບ​ສ່ວນ​ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງວົງ​ຄະ​ນາ​ຍາດ​ຊຸມ​ຊົນ​ຢູ່ ໂຮ້ຍ​ອານ ໃນ​ການ​ອະ​ນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ມໍ​ລະ​ດົກ​ໂຮ້ຍ​ອານ.

 

 

ຂ່າວ/ບົດ​ອື່ນ