ປຸກລະດົມການເສັງຂຽນຈົດໝາຍສາກົນ UPU ຄັ້ງທີ 48

(VOVWORLD) -ພິທີ ປຸກລະດົມການເສັງຂຽນຈົດໝາຍສາກົນ UPU ຄັ້ງທີ 48 ປີ 2019 ດ້ວຍຫົວຂໍ້ “ຈົ່ງຂຽນຈົດໝາຍກ່ຽວກັບຜູ້ທີ່ເປັນວິລະຊົນຂອງນ້ອງ”

       

ຕອນເຊົ້າວັນທີ 12 ຕຸລາ, ຢູ່ໂຮງຮຽນມັດທະຍົມຕອນຕົ້ນ ດັ້ງທາຍມາຍ, ນະຄອນ ວິງ ແຂວງເງະອານ ຂອງຫວຽດນາມ, ໄດ້ດໍາເນີນພິທີ ປຸກລະດົມການເສັງຂຽນຈົດໝາຍສາກົນ UPU ຄັ້ງທີ 48 ປີ 2019 ດ້ວຍຫົວຂໍ້ “ຈົ່ງຂຽນຈົດໝາຍກ່ຽວກັບຜູ້ທີ່ເປັນວິລະຊົນຂອງນ້ອງ” ແລະ ມອບລາງວັນທີ 3 ໃນການເສັງຂຽນຈົດໝາຍສາກົນ UPU ຄັ້ງທີີ 47 ປີ 2018. ລາຍການ ໂດຍກະຊວງຖະແຫຼງຂ່າວ ແລະ ສື່ສານ, ກະຊວງສຶກສາ ແລະ ບໍາລຸງສ້າງ ຂອງຫວຽດນາມ, ສູນກາງຄະນະຊາວໜຸ່ມ ກອມມູນິດ ໂຮ່ຈີມິນ, ບໍລິສັດໃຫຍ່ ໄປສະນີຫວຽດນາມ ແລະ ໜັງສືພິມ ທ໊ຽວນຽນຕ່ຽນຟອງ ສົມທົບການປະຕິບັດ.

        ທີ່ພິທີ, ທ່ານ ຫງວຽນມິນຮົ່ງ ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ໄດ້ປຸກລະດົມການເສັງ ດ້ວຍຫົວຂໍ້ເປີດ, ເຈາະຈີ້ມບັນດາຈິນຕະນາການປະດິດຄິດແຕ່່ງ, ຄວາມນຶກຄິດ ແລະ ຄວາມຮູ້ສຶກ ກ່ຽວກັບຜູ້ທີ່ເປັນວິລະຊົນ, ຜູ້ທີ່ຕົນນິຍົມຊົມຊອບ, ຜູ້ທີ່ມີຊື່ສຽງ, ຜູ້ທີ່ເປັນການນໍາ...

        ແລະກໍໃນພິທີປຸກລະດົມ, ຄະນະຈັດຕັ້ງ ໄດ້ປະກາດມອບລາງວັນທີ 3 ໃນການເສັງຂຽນຈົດໝາຍສາກົນ UPU ຄັ້ງທີ 47 ປີ 2018 ໃຫ້ ນ້ອງ ຫງວຽນທິແບັກເຢືອງ - ຮຽນຢູ່ໂຮງຮຽນຕອນຕົ້ນ ຫງວຽນຈາຍ ເມືອງນາມແຊັກ, ແຂວງ ຫາຍເຢືອງ.

ຕອບກັບ

ຂ່າວ/ບົດ​ອື່ນ