ປຸກລະດົມປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ 2017

ປຸກລະດົມປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ 2017 - ảnh 1
ພິ​ທີ​ປຸກ​ລະ​ດົມ​ປີ​ສາ​ມັກ​ຄີ​ມິດ​ຕະ​ພາບ
ຫວຽດ​ນາມ - ລາວ, ລາວ - ຫວຽດ​ນາມ 2017

(vovworld) - ​ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ ສ​ປ​ປ ລາວ ຢ່າງ​ເປັນ​ທາງ​ການ, ວັນ​ທີ 26/04 ທ່າ​ນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ທອງ​ລຸນ ສີ​ສຸ​ລິດ ເປັນ​ປະ​ທານ​ຮ່ວມ​ພິ​ທີ​ປຸກ​ລະ​ດົມ​ປີ​ສາ​ມັກ​ຄີ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ, ລາວ - ຫວຽດ​ນາມ 2017. ນີ້​ແມ່ນ​ເຫດ​ການ​ສຳ​ຄັນ ນອນ​ໃນ​ບັນ​ດາ​ການ​ເຄື່ອ​ນ​ໄຫວ​ສະ​ເຫຼີມ​ສະຫຼອງ 55 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ແລະ 40 ປີ​ແຫ່ງວັນ​ເຊັນ​ສົນ​ທິ​ສັນ​ຍາ​ມິດ​ຕະ​ພາບ ແລະ ຮ່ວມ​ມື ຫວຽດ​ນາມ - ລາວ. ກ່​າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ທອງ​ລຸນ ສີ​ສຸ​ລິດ ຢືນ​ຢັ​ນ​ວ່າ ພິ​ທີ​ປ​ຸກ​ລະ​ດົມ​ປີ​ສາ​ມັກ​ຄີ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ, ລາວ - ຫວຽດ​ນາມ 2017 ແມ່ນ​ສານ ແລະ ເຜີຍ​ໃຫ້​ປະ​ຊາ​ຊົນ 2 ປະ​ເທດ ແລະ ໃນ​ທົ່ວ​ໂລ​ກຮັບ​ຮູ້​ກ່ຽວ​ກັບ​ຄວາມ​ໝາຍ, ຄວາມ​ສຳ​ຄັນ​ຂອງ​ສາຍ​ພົວ​ພ​ັນ​ມິດ​ຕະ​ພາບ​ຍິ່ງ​ໃຫຍ່, ນ້ຳ​ໃຈ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ລາວ - ຫວຽດ​ນາມ.

ສ່ວນ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ​ໄດ້​ເຊີດ​ຊູ​ຄວາມ​ໝາຍ ແລະ ຄວາມ​ສຳ​ຄັນ​ຂອງ​ປີສາ​ມັກ​ຄີ​ມິດ​ຕະ​ພາບ ຫວຽດ​ນາມ - ລາ​ວ, ລາວ - ຫວຽດ​ນາມ 2017 ແລະ ເນັ້ນ​ໜັກວ່າ ​ເຫດ​ການນີ້ ແມ່ນ​ຂີດ​ໝາຍ​ແຫ່ງການ​ພັດ​ທະ​ນາ​ກະ​ໂດດ​ຂັ້ນ​ຂອງ​ສາຍ​ພົວ​ພັນ​ແບບ​ພິ​ເສດ​ລະ​ຫວ່າງ 2 ປະ​ເທດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ກ່າວ​ວ່າ:

        “ຕາງ​ໜ້າໃຫ້​ການ​ນຳ​ຂັ້ນ​ສູງ 2 ປະ​ເທດ, ມື້ນີ້ ຂ້າ​ພ​ະເຈົ້າ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ທອງ​ລຸນ ສີ​ສຸ​ລິດ ຂໍ​ປຸກ​ລະ​ດົມ​ປີ​ສາ​ມັກ​ຄີ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ, ລາວ - ຫວຽດ​ນາມ 2017 ຢ່າງ​ເປັນ​ທາງ​ການ. ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ດ້ວຍ​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ 2 ຝ່າຍ, ປີ​ສາ​ມັກ​ຄີ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ, ລາວ - ຫວຽດ​ນາມ 2017 ຈະ​ສຳ​ເລັດ​ຜົນ​ຢ່າງ​ຈົບ​ງາມ, ປະ​ກອບ​ສ່ວນ​ເຮັດ​ໃຫ້​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ແລະ ນ້ຳ​ໃຈ​ສາ​ມັກ​ຄີ​ແບບ​ພິ​ເສດ ຫວຽດ​ນາມ - ລາວ ໝັ້ນ​ຄົງ​ຂະ​ໜົງ​ແກ່ນ​ຈົນ​ຊົ່ວ​ກາ​ລະ​ນານ”.

        ນາ​ຍົກ​ລັດ​ຖະ​ມົນ​ຕີ​ທັງ 2 ທ່ານ​ເຊື່ອ​ໝັ້ນ​ວ່າ ບັນ​ດາ​ການ​ເຄື່ອນ​ໄຫວ​ໃນ​ປີ​ສາ​ມັກ​ຄີ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ 2017 ຈະ​ປະ​ກອບ​ສ່ວນ​ໂຄ​ສະ​ນາ, ສຶກ​ສາ​ຢ່າງ​ເລິກ​ເຊິ່ງ​ກ້​ວາງ​ຂວາງ​ກ່ຽວ​ກັບ​ປະ​ຫວັດ​ສາດ​ການ​ພົວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ - ລາວ, ລາວ - ຫວຽດ​ນາມ ເພື່ອ​ໃຫ້​ປະ​ຊາ​ຊົນ​ທຸກ​ຊັ້ນ​ວັນ​ນະ​ຂອງ 2 ປະ​ເທດ​ເຂົ້າ​ໃຈ​​ຢ່າງ​ເລິກເຊິ່ງ ແລະ ມີ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ກ່ຽວ​ກັບ​ສາຍ​ພົວ​ພັນ​ອັນ​ດີ​ງາມ ​ບໍ​ລິ​ສຸດ​ຜຸດ​ຜ່ອງ​ຂອງ 2 ປະ​ເທດ. ຜ່ານນັ້ນ ຕ້ອງ​ມີ​ຄວາມ​ຮັບ​ຜິດ​ຊອບ​ປົກ​ປັກ​ຮັກ​ສາ, ເພີ່ມ​ພູນ​ຄູນ​ສ້າງ, ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ອັນ​ລ້ຳ​ຄ່ານີ້​ກ່​ວາ​ອີກ.


ຕອບກັບ

ຂ່າວ/ບົດ​ອື່ນ