ປຸກລະດົມເດືອນກະທຳເພື່ອເດັກປີ 2019

(VOVWORLD) -ພິທີປຸກລະດົມເດືອນກະທຳເພື່ອເດັກປີ 2019 ຖືກຈັດຂຶ້ນໃນຕອນເຊົ້າວັນທີ 25 ພຶດສະພາ ຢູ່ແຂວງແທງຮ້ວາ
 
     ປຸກລະດົມເດືອນກະທຳເພື່ອເດັກປີ 2019 - ảnh 1ປຸກລະດົມເດືອນກະທຳເພື່ອເດັກປີ 2019 

ດ້ວຍຫົວຂໍ້: “ ຮ່ວມແຮງຮ່ວມໃຈເພື່ອເດັກທີ່ທຸກຍາກ, ເດັກຊົນເຜົ່າສ່ວນໜ້ອຍ, ຕ້ານການໃຊ້ຄວາມຮຸນແຮງ, ການທຳຮ້າຍທາງເພດສຳລັບເດັກ, ການປ້ອງກັນ ແລະ ຕ້ານດຶກນ້ຳ ”, ພິທີປຸກລະດົມເດືອນກະທຳເພື່ອເດັກປີ 2019 ຖືກຈັດຂຶ້ນໃນຕອນເຊົ້າວັນທີ 25 ພຶດສະພາ ຢູ່ແຂວງແທງຮ້ວາ. ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ວູ້ດຶກດາມ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນວ່າ :

      “ ນອກຈາກບັນດາຂະບວນການປຸກລະດົມ, ຮຽກຮ້ອງ….ຄືໄດ້ປະຕິບັດມາແລ້ວ, ເລື່ອງສຳຄັນທີ່ສຸດ ແມ່ນຕ້ອງປະຕິບັດກົດໝາຍວ່າດ້ວຍເດັກໃຫ້ເປັນຢ່າງດີ, ໃນນັ້ນ ໄດ້ກຳນົດຢ່າງຄົບຖ້ວນກ່ຽວກັບສິດທິເດັກ, ຄວາມຮັບຜິດຊອບຂອງຂະແໜງການຂັ້ນຕ່າງໆ, ຄອບຄົວ, ໂຮງຮຽນ, ສົງຄົມ. ເພາະສະນັ້ນ, ພວກເຮົາຕ້ອງປະຕິບັດເພື່ອທຸກໆຄົນ, ພິເສດແມ່ນເດັກນ້ອຍເພື່ອຮູ້ເຖິງສິດທິຂອງຕົນ. ເມື່ອຮູ້ເຖິງ ສິດດັ່ງກ່າວແລ້ວ, ບັນດາອົງການ, ສ່ວນບຸກຄົນທີ່ໄດ້ກຳນົດໃນກົດໝາຍ ຕ້ອງມີຄວາມຜູກມັດທາງດ້ານຄວາມຮັບຜິດຊອບ ແລະ ແນ່ນອນວ່າ ບັນດາການກະທຳລະເມີດສິດທິເດັກ ຈະຖືກລົງໂທດຕາມກົດໝາຍ  ”

     ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ວູ້ດຶກດາມ ຍັງເນັ້ນໜັກອີກວ່າ : ໃນເງື່ອນໄຂຢູ່ຫວຽດນາມໃນປະຈຸບັນ,  ຄວນເອົາໃຈໃສ່ພິເສດເຖິງການສຶກສາອົບຮົມເດັກ.

 

ຕອບກັບ

ຂ່າວ/ບົດ​ອື່ນ